VOV WorldVOV World
ວິສາຫະກິດ ຫວຽດນາມ “ຟື້ນຟູການເຕີບໂຕຢ່າງວ່ອງໄວ” ໃນປີ 2022
08/02/2022 06:00
(VOVWORLD) -ເຖິງວ່າ ປີ 2022 ໄດ້ຄາດຄະເນວ່າຈະຍັງຖຶກຜົນກະທົບຈາກໂລກລະບາດ ໂຄວິດ - 19 ກໍ່ຕາມ, ແຕ່ບັນດານະໂຍບາຍທີ່ສະພາແຫ່ງຊາດ, ລັດຖະບານ ຮັບຮອງເອົາໄດ້ສ້າງກຳລັງໜູນໃຫ້ແກ່ບັນດາວິສາຫະກິດໃນໄລຍະກະກ່ຽມການຟື້ນຟູ ແລະ ວາງແຜນການສ້າງໂຄງປະກອບບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດຄືນໃໝ່ເພື່ອຟື້ນຟູການເຕີບໂຕ.
ວິສາຫະກິດ ຫວຽດນາມ “ຟື້ນຟູການເຕີບໂຕຢ່າງວ່ອງໄວ” ໃນປີ 2022
ທ່ານ ເຈີນຫວຽດແອງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນນຳເຂົ້າສົ່ງອອກ ນາມທາຍເຊີນ. ພາບ:NVCC. ປີ 2022, ພື້ນຖານເສດຖະກິດຂອງທົ່ວໂລກກໍ່ຄືຂອງ ຫວຽດນາມ ກຳລັງຟື້ນຟູເທື່ອລະກ້າວ ດ້ວຍສັນຍານຄວາມຕ້ອງການຂອງຕະຫຼາດ ມີຫຼາຍ ຈຸດພົ້ນເດັ່ນ ແລະ ຄາດຄະເນວ່າ ຈະມີກາລະໂອກາດເຕີບໂຕຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດທຳການຜະລິດ. ຕາມທ່ານ ເຈີນຫວຽດແອງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນສົ່ງອອກ - ນຳເຂົ້າ ນາມທາຍເຊີນ ແລ້ວ, ປີ 2022 ນີ້ຈະແມ່ນປີບານພັບເພື່ອໃຫ້ວິສາຫະກິດສ້າງບັນດາແຜນການຟື້ນຟູການເຕີບໂຕວ່ອງໄວ. ຄາດໝາຍຂອງບັນດາວິສາຫະກິດແມ່ນບັນລຸການເຕີບໂຕໃຫ້ສູງກວ່າອີກ, ຍ້ອນໃນໄລຍະກ່ອນທີ່ເກີດໂລກລະບາດໂຄວິດ - 19, ດັດຊະນີການເຕີບໂຕປະຈຳປີຂອງວິສາຫະກິດແມ່ນປະມານ 10%, ພາຍຫຼັງຖຶກຜົນກະທົບຈາກໂລກລະບາດ ໂຄວິດ - 19 ຍັງເຫຼືອພຽງ 7-8 %. ສະນັ້ນ, ບັນດາວິສາຫະກິດຕ້ອງມີຍຸດທະສາດ ແລະ ແຜນການຟື້ນຟູການເຕີບໂຕ, , ບໍ່ປະໃຫ້ວິສາຫະກິດຖອຍຫຼັງເພາະຈະ
TAG
VOV/VOVworld/​ຟ​ື້ນ​ຟູ/ປະ​ຖົມ​ປັດໄຈ