VOV WorldVOV World
ວິສາຫະກິດມີຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ໂຄງການຟື້ນຟູເສດຖະກິດຂອງປະເທດຊາດ
15/02/2022 14:00
(VOVWORLD) -ຕົ້ນປີ 2022, ລັດຖະບານໄດ້ປະກາດໃຊ້ມະຕິສອງສະບັບຢ່າງລຽນຕິດກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດຂອງປະເທດຊາດ. ໃນນັ້ນ ມະຕິເລກທີ 02 ໄດ້ຊີ້ແຈ້ງໃນພາກເປົ້າໝາຍສັງລວມແມ່ນ “ຫນູນຊ່ວຍປະຊາຊົນ ແລະ ວິສາຫະກິດຢ່າງທັນການເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ, ຮັບມືກັບໂລກລະບາດຢ່າງມີໄຫວພິບ ແລະ ມີປະສິດທິຜົນ”. ຫລັງຈາກນັ້ນ ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບນະໂຍບາຍການເງິນ, ເງິນຕາດ້ວຍຂອບຂະຫນາດແມ່ນປະມານ 350.000 ຕື້ດົ່ງ ເພື່ອຫນູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໄລຍະ 2022 – 2023. ປະຊາຄົມວິສາຫະກິດມີຄວາມເຊື່ອໝັ້ນຕໍ່ບັນດາໂຄງການ, ນະໂຍບາຍຟື້ນຟູເສດຖະກິດນີ້ແມ່ນໄປຖືກທິດ, ຖືກຕາມເປົ້າໝາຍ, ຈຸດເວລາ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ.
ວິສາຫະກິດມີຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ໂຄງການຟື້ນຟູເສດຖະກິດຂອງປະເທດຊາດ
ທ່ານ ເວືອງຈ້ອງຕວນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຂົ້າຫນົມ ຮ່າໂນ້ຍ
TAG
VOV/VOVworld/ຮ່ວມ​ແຮງ​ຮ່ວມ​ໃຈ/ລັດ​ຖະ​ນະ​ໂຍ​ບາຍ