(VOVWORLD) - ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສູນສາຍຮູບເງົາແຫ່ງຊາດ (ເຮືອນເລກທີ 87 ລ໊າງຮະ, ເມືອງ ບາດິ່ງ, ຮ່າໂນ້ຍ) ໄດ້ຈັດພິທີເປີດສັບປະດາຟີມຮູບເງົາອາຊຽນ 2020 ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ, ຜູ້ຕາງໜ້າສະຖານທູດບັນດາປະເທດທີ່ມີ ຟີມຮູບເງົາສາຍໃນສັບປະດາໜັງຄັ້ງນີ້.