logo

ຢູ​ແກຼນ ​ແລະ ອາ​ຊຽນ ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນຫຼາຍຂົງ​ເຂດ

2020/7/10 | 07:09:36
(VOVWORLD) - ວັນທີ 09 ກໍລະກົດ, ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອາຊຽນ ທີ່ປະຈໍາຢູ່ ຢູແກຼນ ເຊິ່ງລວມມີ ຫວຽດນາມ, ມາເລເຊຍ ແລະ ອິນໂດເນເຊຍ ໄດ້ມີການເຮັດວຽກກັບ ທ່ານ Dmytro Kuleba ລັດຖະມົນຕີການຕ່າງປະເທດ ຢູແກຼນ ເພື່ອປຶກສາຫາລືກ່ຽວກັບທິດທາງຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດ ສະມາຊິກ ອາຊຽນ ກັບ ຢູແກຼນ.
ການເຮັດວຽກ ລະຫວ່າງສອງຝ່າຍ (ພາບ: TTXVN)

        ກ່າວຄໍາເຫັນທີ່ການເຮັດວຽກ,  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຢູແກຼນ ຫງວຽນແອັງຕ໊ວນ ສະເໜີໃຫ້ກະຊວງການຕ່າງປະເທດ ຢູແກຼນ ໜູນຊ່ວຍ, ຊຸກຍູ້ການຈັດຕັ້ງການປຶກສາຫາລືດ້ານການເມືອງລະຫວ່າງ ຫວຽດນາມ - ຢູແກຼນ, ກອງປະຊຸມຄັ້ງທີ 15 ຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ, ກອງປະຊຸມຄັ້ງທີ 17 ຄະນະກໍາມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານ; ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນຫວຽດນາມ ອາໄສ ຢູ່ ຢູແກຼນ ເຊື່ອມຕົວເຂົ້າກັບສັງຄົມຂອງປະເທດປະຈໍາຖິ່ນຢ່າງຄົບຖ້ວນ ແລະ ຮອບດ້ານ ກໍຄື ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ກິດຈະການແຫ່ງການພັດທະນາເສດຖະກິດ - ສັງຄົມຢູ່ ຢູແກຼນ ແລະ ສະໜັບສະໜູນຕໍ່ການແຕ່່ງຕັ້ງຫົວໜ້າກົງສູນກິດຕິມະສັກຂອງຫວຽດນາມ ຢູ່ນະຄອນ Odesa.

        ກ່ອນໜ້ານັ້ນ, ວັນທີ 8 ກໍລະກົດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຢູແກຼນ ຫງວຽນແອັງຕວ໊ນ ໄດ້ມີການເຮັດວຽກກັບທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ H. Yuddy Chrisnandi  ເພື່ອປຶກສາຫາລືກ່ຽວກັບແຜນການຈັດຕັ້ງ “ວັນ ອາຊຽນ” ຢູ່ Kiew.


TAG
VOV/VOVworld/ຢູແກຼນ/ອາຊຽນ/ວິທະຍາສາດ - ເຕັກນິກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ