(VOVWORLD) - ຕອນບ່າຍວັນທີ 26 ມິຖຸນາ, ກ່າວຄຳເຫັນທີ່ວາລະປະຊຸມໂອ້ລົມສົນທະນາກັບຊາວໜຸ່ມ ອາຊຽນ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຊາວໜຸ່ມ 220 ຄົນທີ່ມາຈາກບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຊາວໜຸ່ມແມ່ນກຳລັງສຳຄັນໃນການສ້າງສາ ແລະ ນຳປະເທດພັດທະນາຢູ່ແຕ່ລະປະເທດ.