ແນວຄິດ “ນັບຖື ປຊຊ” ຂອງປະທານ ໂຮ່ຈິມິນ ແມ່ນເນື້ອໃນໜຶ່ງທີ່ເປັນພື້ນຖານ, ສຳຄັນ ແລະ ລຸລ່ວງໃນທັງພາລະກິດການປະຕິວັດຂອງເພິ່ນ, ມາຮອດປະຈຸບັນ ຍັງມີຄຸນຄ່າທາງດ້ານທິດສະດີ ແລະ ຕົວຈິງເໜືອນເດີມ. ຈິດໃຈຂອງ ປຊຊ ໄດ້ຮັບການປັບປຸງເປັນບ່ອນອີງທີ່ໝັ້ນຄົງເພື່ອສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ເຂັ້ມແຂງ, ວັດທະນາຖາວອນ ແລະ ຜາສຸກ.
ຕັ້ງ ປຊຊ ຢູ່ທີ່ຕັ້ງໃຈກາງ
ປະທານ ໂຮ່ຈິມິນ ເນັ້ນໜັກແນວຄິດ “ນັບຖື ປຊຊ” ໃນຫຼາຍບົດກ່າວປາໄສ, ບົດຂຽນ ແລະ ການປະຕິບັດໃນຕົວຈິງການປະຕິວັດຕາມສັດຈະທຳ “ວຽກໃດເປັນປະໂຫຍດໃຫ້ ປຊຊ ຕ້ອງເຮັດຈົນສຸດຄວາມສາມາດ, ວຽກໃດສ້າງຜົນຮ້າຍຕໍ່ ປຊຊ ຕ້ອງຫລີກລ້ຽງ”. ເພິ່ນໄດ້ຢັ້ງຢືນເປັນຫຼາຍເທື່ອກ່ຽວກັບແນວຄິດ ຖື ປຊຊ ເປັນກົກເຄົ້າ: “ກົກມີຄວາມໝັ້ນແກ່ນ ຕົ້ນໄມ້ຈຶ່ງຈະທົນທານໄດ້, ສ້າງໄຊຊະນະບົນພື້ນຖານ ປຊຊ”; ມີກຳລັງ ປຊຊ, ວຽກທີ່ໃຫ່ຍໂຕປານໃດ, ຫຍຸ້ງຍາກປານໃດກໍ່ສາມາດເຮັດໄດ້. ເພິ່ນໄດ້ຕັ້ງ ປຊຊ ຢູ່ໃນທີ່ຕັ້ງໃຈກາງ ແລະ ເນັ້ນໜັກວ່າ: ບໍ່ມີສິ່ງໃດແຮງເທົົ່າກຳລັງແຮງສາມັກຄີຂອງ ປຊຊ.
ອາດເວົ້າໄດ້ວ່າ, ການຖືເປັນສຳຄັນ ແລະ ກຳນົດ ປຊຊ ເປັນເປົ້າໝາຍ, ເປັນກຳລັງໜູນຂອງການປະຕິວັດ ແມ່ນໜຶ່ງໃນບັນດາເນື້ອໃນພື້ນຖານຂອງແນວຄິດ “ນັບຖື ປຊຊ” ຂອງປະທານ ໂຮ່ຈິມິນ. ຍ້ອນວ່າ ປຊຊ ເປັນຈຸດເລີ່ມຕົ້ນ ແລະ ກໍ່ແມ່ນຈຸດໝາຍປາຍທາງສຸດທ້າຍໃນທັດສະນະທັງໝົດ ແລະ ການເຄື່ອນໄຫວປະຕິວັດຂອງເພິ່ນ.
ນັບຖື ປຊຊ ເພື່ອພັດທະນາປະເທດຊາດໃນປະຈຸບັນ
ໂດຍໄດ້ສືບທອດແນວຄິດນັບຖື ປຊຊ ຂອງ ປະທານ ໂຮ່ຈິມິນ, ປະຈຸບັນ, ຫວຽດນາມ ພວມເຕົ້າໂຮມຈິດໃຈຂອງ ປຊຊ ເປັນກຳລັງແຮງ, ຮູ້ຫັນນ້ຳໃຈຮັກຊາດເປັນການກະທຳ, ຮູ້ຫັນຄວາມຄາດຫວັງເອກະລາດ, ເສລີພາລ, ຄວາມຜາສຸກ ກາຍເປັນບັນດາຜົນງານມະຫັດສະຈັນ.
ໃນຂອບເຂດກອງປະຊຸມໃຫ່ຍແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ທີ່ຫາກໍ່ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 11-13 ພຶດສະພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ເມື່ອຊາດ ຫວຽດນາມ ໄດ້ສາມັກຄີກັນ, ເຕົ້າໂຮມຈິດໃຈ ປຊຊ, ທົ່ວປວງຊົນມີເຈດຈຳນົງເປັນເອກະພາບ, ປະເທດຊາດຈຶ່ງຈະຜ່ານຜ່າທຸກຄວາມຫຍຸ້ງຍາກໄດ້, ສ້າງເປັນບັນດາຜົນງານທີ່ມີລັກສະນະຖາວອນ. ນັ້ນບໍ່ພຽງແຕ່ແມ່ນການສະຫລຸບປະຫວັດສາດເທົ່ານັ້ນ, ຫາກຍັງແມ່ນສັດຈະທຳແຫ່ງການພັດທະນາອີກດ້ວຍ.
ຈິດໃຈ “ຖື ປຊຊ ເປັນກົກເຄົ້າ” ໄດ້ຫັນເປັນລະອຽດດ້ວຍບັນດາມາດຖານທີ່ຈະແຈ້ງຄື: ທຸກແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ທຸກໂຄງການ, ຂະບວນການ, ການຂົນຂວາຍຂອງແນວໂຮມປະເທດຊາດ ກໍ່ລ້ວນແຕ່ເລີ່ມຈາກຄວາມຕ້ອງການ, ຄວາມມຸ່ງຫວັງ, ສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳຂອງ ປຊຊ; ມຸ່ງໄປເຖິງເປົ້າໝາຍຍົກສູງຊີວິດດ້ານວັດຖຸ, ຈິດໃຈ ແລະ ຄວາມຜາສຸກຂອງ ປຊຊ. ທ່ານ ຫງວຽນກົງຮຸ່ງ, ຮອງປະທານສະຫະສະມາຄົມຂົນສົ່ງລົດໂອໂຕ ຫວຽດນາມ, ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ແບ່ງປັນວ່າ:
ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມອບໜ້າທີ່ໃຫ້ແກ່ແນວໂຮມປະເທດຊາດ ຫວຽດນາມ ເຂົ້າເຖິງ ປຊຊ ຢ່າງໃກ້ຊິດ, ຖື ປຊຊ ເປັນເຈົ້າກຳ, ເປັນໃຈກາງ, ປຊຊ ເຮັດ, ປຊຊ ຊົມໃຊ້. ສິ່ງທີ່ປະທັບໃຈທີ່ສຸດຂອງພວກຂ້າພະເຈົ້າແມ່ນຈິດໃຈຂອງ ປຊຊ, ໄດ້ຮັບການສະໜັບສະໜູນຈາກ ປຊຊ ແລະ ຍົກສູງບົດບາດສະໜິດຕິດພັນ.
ທ່ານ ຫງວຽນວຽດຈຶກ, ອະດີດຮອງປະທານກຳມາທິການວັດທະນະທຳ-ການສຶກສາ ຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:
ຖື ປຊຊ ເປັນກົກເຄົ້າ, ສືບທອດການກຳນົດທິດທີ່ມີລັກສະນະລຸລ່ວງຂອງພັກກອມມູນິດ ຫວຽດນາມ ນັບແຕ່ວັນສ້າງຕັ້ງຂຶ້ນ. ປະຈຸບັນກໍ່ລ້ວນແຕ່ຖື ປຊຊ ເປັນໃຈກາງ, ການພັດທະນາເສດຖະກິດ-ສັງຄົມ, ປະເທດຊາດແມ່ນເພື່ອຮັບໃຊ້ ປຊຊ. ຄຳເວົ້າເພື່ອໃຫ້ ປຊຊ ໄດ້ຊົມໃຊ້ບໍ່ແມ່ນຄຳຂວັນອີກແລ້ວ, ຫາກມັນຍັງຕ້ອງກາຍເປັນນະໂຍບາຍຊີ້ຂາດ, ໃນທຸກນະໂຍບາຍຊີ້ຂາດໃຫຍ່ກໍ່ລ້ວນແຕ່ໄດ້ສະແດງໃຫ້ເຫັນການຖື ປຊຊ ເປັນໃຈກາງ,
ປະຫວັດສາດ ຫວຽດນາມ ແມ່ນປະຫວັດສາດຂອງຊາດໜຶ່ງທີ່ຮູ້ຈັກການເຕົ້າໂຮມຈິດໃຈຂອງ ປຊຊ ເປັນກຳລັງແຮງ, ຮູ້ຫັນນ້ຳໃຈຮັກຊາດເປັນການກະທຳ. ຈາກແນວຄິດນັບຖື ປຊຊ ຂອງປະທານ ໂຮ່ຈິມິນ, ປະຈຸບັນ, ຫວຽດນາມ ພວມຫັນຄວາມຄາດຫວັງເອກະລາດ, ເສລີພາບ, ຜາສຸກ ເປັນບັນດາຜົນງານແຫ່ງຄວາມມະຫັດສະຈັນ./.








