ວັນທີ 14 ພຶດສະພາ, ຂໍ້ສະເໜີແນະ ຖອດຖອນ ຢູ່ສະພາຕ່ຳອາເມລິກາ ບັນລຸໄດ້ ຄົບ218 ລາຍເຊັນທີ່ຈຳເປັນ ເພື່ອບັງຄັບອົງການນີ້ຕ້ອງຈັດການປ່ອນບັດຄົບຄະນະ ກ່ຽວກັບຮ່າງກົດໝາຍໜູນຊ່ວຍຢູແກຼນ, ໂດຍບໍ່ຫົວຊາຕໍ່ຄວາມອາດສາມາດຖືກການນຳພັກສາທາລະນະຄັດຄ້ານ.
ຂໍ້ສະເໜີແນະໄດ້ຮັບຖືວ່າ ອາດສາມາດເປີດທາງໃຫ້ແກ່ການປ່ອນບັດຢູ່ ສະພາຕ່ຳນັບແຕ່ຕົ້ນເດືອນມິຖຸນາທີ່ກ່ຽວຂ້ອງເຖິງ “ກົດໝາຍວ່າດ້ວຍການໜູນຊ່ວຍຢູແກຼນ”, ໂດຍທ່ານ Gregory Meeks ຜູ້ແທນປະຊາຊົນ ຂອງລັດ ນິວຢອກ, ການນຳພັກປະຊາທິປະໄຕຢູ່ກຳມາທິການການຕ່າງປະເທດ ສະພາຕ່ຳ ແນະນຳເມືອເດືອນ ເມສາ 2025.
ຮ່າງກົດໝາຍລວມມີ ສາມພາກຫຼັກ, ໃນນັ້ນໄດ້ຢັ້ງຢືນການສະໜັບສະໜູນຂອງອາເມລິກາ ຕໍ່ກັບຢູແກຼນ ແລະ ສຳພັນທະມິດການທະຫານ ອົງການສົນທິສັນຍາອັດລັງຕິກເໜືອ (NATO), ພ້ອມທັງສະເໜີການສ້າງທີ່ບົດບາດຕັ້ງຜູ້ປະສານງານພິເສດໃຫ້ແກ່ພາລະກິດແຫ່ງການສ້າງສາ ຢູແກຼນ ຄືນໃໝ່. ພາກສ່ວນອື່ນຂອງຮ່າງກົດໝາຍຈະອະນຸຍາດການອຸປະຖຳດ້ານຄວາມໝັ້ນຄົງໂດຍກົງໃຫ້ແກ່ ກີແອັບດ້ວຍຈຳນວນເງິນ ກວ່າ 1 ຕື້ USD, ພ້ອມດ້ວຍບ້ວງເງິນ ໜູນຊ່ວຍພາຍໃຕ້ຮູບແບບກູ້ຢືມເງິນຂຶ້ນເຖິງ 8 ຕື້ USD





