VOV WorldVOV World
ອາ​ເມ​ລິ​ກາ ແລະ ຢູ​ແກຼນ ຍັງ​ບໍ່​ທັນ​ເຫັນ​ດີເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ​
19/01/2026 09:09
(VOVWORLD) - ຕາມທ່ານ Rustem Umerov ແລ້ວ, ເນື້ອໃນປຶກສາຫາລືສຸມໃສ່ເຂົ້າການຮັບປະກັນບັນດາຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລະ ແຜນການຟື້ນຟູເສດຖະກິດຫຼັງສົງຄາມ, ແຕ່ຍັງບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງລະອຽດສະບັບໃດໜຶ່ງ.
ອາ​ເມ​ລິ​ກາ ແລະ ຢູ​ແກຼນ ຍັງ​ບໍ່​ທັນ​ເຫັນ​ດີເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ​
ວັນທີ 18 ມັງກອນ, ທ່ານ Rustem Umerov ຫົວໜ້າຄະນະເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ບັນດາການເຈລະຈາກັບບັນດາເຈົ້າໜ້າທີ່ອາເມລິກາ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີກັບ ລັດເຊຍ ຈະສືບຕໍ່ໄດ້ດຳເນີນຢູ່ນອກເວທີປາໄສເສດຖະກິດໂລກ ຢູ່ນະຄອນ Davos, ປະເທດ ສະວິດໃນອາທິດນີ້. ທ່ານ Rustem Umerov ໃຫ້ຮູ້ວ່າພາຍຫຼັງການເຮັດວຽກເປັນເວລາ 2 ວັນຢູ່ Florida, ອາເມລິກາ ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດວຽກຢູ່ລະດັບກຸ່ມໃນໄລຍະປຶກສາຫາລືຕໍ່ໄປຢູ່ Davos. ການພົບປະຢູ່ ອາເມລິກາ ມີການເຂົ້າຮ່ວມຂອງທ່ານ Steve Witkoff ທູດພິເສດ ແລະ ທ່ານ Jared Kushner. ຕາມທ່ານ Rustem Umerov ແລ້ວ,  ເນື້ອໃນປຶກສາຫາລືສຸມໃສ່ເຂົ້າການຮັບປະກັນບັນດາຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລະ ແຜນການຟື້ນຟູເສດຖະກິດຫຼັງສົງຄາມ, ແຕ່ຍັງບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງລະອຽດສະບັບໃດໜຶ່ງ.
TAG
VOV/VOVworld/ອາ​ເມ​ລິ​ກາ/ຢູ​ແກຼນ/ລັດ​ເຊຍ