VOV WorldVOV World
ອາ​ເມ​ລິ​ກາ ຍົກ​ເລີກ​ບັນ​ດາ​ຂໍ້​ຈຳ​ກັດ ຕໍ່​ເຂດນານ​ຟ້າ ກາ​ຣ​ີ​ເບ
05/01/2026 09:25
(VOVWORLD) - ບໍລິສັດການບິນ Spirit Airlines ໃຫ້ຮູ້ວ່າໄດ້ເຊື່ອມຕໍ່ບັນດາຖ້ຽວບິນໄປ ກັບຈາກ ກາຣີເບ ໃນວັນທີ 4 ມັງກອນ, ພາຍຫຼັງຄຳສັ່ງປິດປະຕູເຂດນານຟ້າ ຂອງອົງການການບິນ ສະຫະລັດ ອາເມລິກາ (FAA) ໝົດຜົນສັກສິດ.
ອາ​ເມ​ລິ​ກາ ຍົກ​ເລີກ​ບັນ​ດາ​ຂໍ້​ຈຳ​ກັດ ຕໍ່​ເຂດນານ​ຟ້າ ກາ​ຣ​ີ​ເບ
ທ່ານ Sean Duffy  ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ໄດ້ປະກາດກັບບັນດາບໍລິສັດການບິນວ່າ ບັນດາຂໍ້ຈຳກັດໃນການບິນຢູ່ເຂດນານຟ້າ ກາຣີເບ ໝົດຜົນສັກສິດຢ່າງເປັນທາງການໃນຕອນກາງຄືນວັນທີ 3 ມັງກອນ ຕາມເວລາເຂດຕາເວັນອອກ (ກົງກັບເວລາ 12 ໂມງທ່ຽງຂອງວັນທີ 4 ມັງກອນຕາມເວລາ ຫວຽດນາມ). ບໍລິສັດການບິນ  United Airlines ຊີ້ແຈ້ງວ່າຈະຂຸດຄົ້ນບັນດາຖ້ຽວບິນເກືອບທັງໝົດຕາມຕາຕະລາງ ໄປຍັງເຂດນີ້ໃນວັນທີ 4 ມັງກອນ. ບໍລິສັດການບິນ Delta Air Lines ກໍ່ຄາດຄະເນຈະປະຕິບັດຕາຕະລາງບິນປົກກະຕິຢູ່ເຂດ ກາຣີເບ ໃນວັນທີ 4 ມັງກອນ. ບໍລິສັດການບິນ American Airlines ເປີດປະຕູເຂດນານຟ້າທາງທິດ ຕາເວັນອອກ ກາຣີເບ ໃນຈຸດເວລາດຽວກັນ ແລະ ເພີ່ມບ່ອນນັ່ງ ໄປກັບເຂດນີ້ກ່ວາ 3.700 ບ່ອນນັ່ງ. ແລະ ບໍລິສັດການບິນ  Spirit Airlines ໃຫ້ຮູ້ວ່າໄດ້ເຊື່ອມຕໍ່ບັນດາຖ້ຽວບິນໄປ ກັບຈາກ ກາຣີເບ ໃນວັນທີ 4 ມັງກອນ, ພາຍຫຼັງຄຳສັ່ງປິດປະຕູເຂດນານຟ້າ ຂອງອົງການການບິນ ສະຫະລັດ ອາເມລິກາ (FAA) ໝົດຜົນສັກສິດ.
TAG
VOV/VOVworld/ອາ​ເມ​ລິ​ກາ/​ເຂດນານ​ຟ້າ/ກາ​ຣ​ີ​ເບ