ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: Nation Thailand)

ຫ້ອງການໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan, ທ່ານ Mike Pompeo ໄດ້ເຕື້ອງເຖິງການສະໜັບສະໜູນຂອງ ອາເມລິກາ ສໍາລັບບັນດາປະເທດ ອາຊຽນໃນການຮັກສາບັນດາອໍານາດອະທິປະໄຕ ແລະ ຜົນປະໂຫຍດຂອງຕົນຕາມກົດໝາຍສາກົນ. ທ່ານ Mike Pompeo ກໍໄດ້ເນັ້ນໜັກເຖິງການຄັດຄ້ານຂອງ ອາເມລິກາ ຕໍ່ບັນດາຄວາມມານະພະຍາຍາມຂອງ ຈີນ ໃນການບີບບັງຄັບ ເພື່ອຊຸກຍູ້ບັນດາຄໍາຮຽກທວງສິດຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ.

ສ່ວນໃນການໂອ້ລົມທາງໂທລະສັບລະຫວ່າງທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ກັບທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງແຮງ ລະຫວ່າງ ອາເມລິກາ - ອິນໂດເນເຊຍ ກໍຄື ເປົ້າໝາຍລວມ ແມ່ນເຄົາລົບກົດໝາຍສາກົນກ່ຽວກັບທະເລຕາເວັນອອກ.

ນັກຂ່າວ VOV ປະຈໍາ ອາເມລິກາ