ໃນການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ອາເມລິກາ ສໍາລັບບັນດາປະເທດແຄມທະເລຢູ່ອາຊີຕາເວັນອອກສ່ຽງໃຕ້ ຮັກສາສິດອະທິປະໄຕ ແລະ ຜົນປະໂຫຍດຕາມກົດໝາຍສາກົນ. ທ່ານ Mike Pompeo ກໍເນັ້ນໜັກເຖິງເລື່ອງ ອາເມລິກາ ຄັດຄ້ານບັນດາຄວາມມານະພະຍາຍາມຂອງ ຈີນ ທີ່ໄດ້ບີບບັງຄັບ ເພື່ອແນໃສ່ຊຸກຍູ້ບັນດາຄໍາຮຽກທວງສິດຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ. ສອງຝ່າຍກໍປຶກສາຫາລືກ່ຽວກັບຄວາມສໍາຄັນຂອງການສືບຕໍ່ຮັກສາການພົວພັນດ້ານຄວາມສະຫງົບສອງຝ່າຍ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະສົມທົບກັນເພື່ອປັບປຸງການພົວພັນດ່ັງກ່າວ.
ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກໍມີການໂອ້ລົມທາງໂທລະສັບກັບຄູ່ຕໍາແໜ່ງ ສິງກະໂປ ແລະ ອິນໂດເນເຊຍ ກ່ຽວກັບເນື້ອໃນດັ່ງກ່າວເຊັ່ນດຽວກັນ.
ຟ້າມຮວັນ, ນັກຂ່າວ VOV ປະຈໍາ ອາເມລິກາ







