ທ່ານນາງ Chrystia Freeland ຮອງນາຍົກລັດຖະມົນຕີ ການາດາ, ທ່ານ Jesus Seade ຫົວໜ້າຄະນະເຈລະຈາ ເມັກຊີໂກ ແລະ ທ່ານ Robert Lighthizer ຜູ້ຕາງໜ້າການຄ້າ ອາເມລິກາ (ພາບ: AFP/TTXVN) |
ໃນແຈ້ງການທ່ານ Robert Lighthizer ໃຫ້ຮູ້ວ່າທັງເມັກຊີໂກແລະການາດາໄດ້ຍົກອອກບັນດາມາດຕະການທີ່ຈຳເປັນເພື່ອປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຕາມສັນຍາ USMCAເຊິ່ງແມ່ນຂໍ້ຕົກລົງປ່ຽນແທນໃຫ້ສັນຍາການຄ້າເສລີອາເມລິກາເໜືອ (NAFTA). ທ່ານກໍ່ຢັ້ງຢືນວ່າສັນຍາສະບັບໃໝ່ຈະນຳມາເຊິ່ງວຽກເຮັດງານທຳຢ່າງຫຼວງຫຼາຍກໍ່ຄືສະໜອງບັນດາມາດຕະການຢ່າງແຮງກ່ວາອີກເພື່ອປົກປ້ອງຕະຫຼາດແຮງງານແລະເປີດກ້ວາງວິວັດການສຳຜັດກັບບັນດາຕະຫຼາດ, ເປີດກາລະໂອກາດໃຫ້ແກ່ກຳມະກອນ, ຊາວກະສິກອນອາເມລິກາ.






