ຕອນ​ບ່າຍ​ວັນ​ທີ 21 ກໍ​ລະ​ກົດ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທ​ະ​ນາ​ຕົວ​ເມືອງ

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ໃນ​ຮ່າງ​ກົດ​ໝາຍ​ມີ​ລັກ​ສະ​ນະ​ຕິດ​ແທດ​ກັບ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ກົມ​ການ​ເມືອງ​ໂດຍ​ພື້ນ​ຖານ, ພິ​ເສດ​ແມ່ນ​ມະ​ຕິ​ເລກ​ທີ 09 ແລະ ບັນ​ດາ​ມະ​ຕິ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊາດ, ພັດ​ທະ​ນາ​ຕົວ​ເມືອງ. ພິ​ເສດ, ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ຈິນ​ຕະ​ນາ​​ການ​ສ້າງ​ກົດ​ໝາຍ​ຈາ​ກກົນ​ໄກ​ທົດ​ລອງ​ກາຍ​ເປັນ​ຂອດ​ນິ​ຕິ​ກຳ​ທີ່​ເປັນ​ປົກ​ກະ​ຕິ, ຍາວ​ນານ. ທ່ານ​ໃຫ້​ຮູ້​ວ່າ:

ຂ້າ​ພະ​ເຈົ້າ​ສະ​ເໜີ​ບັນ​ດາ​ອົງ​ການ​ຮຽບ​ຮຽງ​ສືບ​ຕໍ່​ສຳຫຼວດກວດ​ກາ​ຢ່າງ​ຮອບ​ດ້ານ​ແຕ່​ລະ​ກຸ່ມ​ນະ​ໂຍ​ບາຍ, ແຕ່​ລະ​ກົນ​ໄກ​ພາ​ຍ​ໃຕ້​ແງ່​ມູມ​ແມ່ນ​ແກ້​ໄຂ​ຈຸດ​ອຸດ​ຕັນ​ດ້ານ​ນິ​ຕິ​ກຳ, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ໃໝ່ ແລະ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຕົວ​ຈິງ ໃນ​ໄລ​ຍະ​ຈະ​ມາ​ເຖິງຫຼື​ບໍ? ຕົວ​ຢ່າງ​ຄື​ຮູບ​ແບ​ບ​ການ​ຈັດ​ຕັ້ງ, ແຜນ​ກຳ​ນົດ, ທີ່​ດິນ, ການ​ເງິນ, ກົນ​ໄກ​ນະ​ໂຍ​ບາຍ​ເຄື່ອນ​ໄຫວ​ເຂດ​ເສດ​ຖະ​ກິດ​ພິ​ເສດ. ຈິດ​ໃຈ​ກົດ​ໝາຍ​ຕ້ອງ​ເດີນ​ທັນ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ, ແຕ່​ວ່າ​ຕ້ອງ​ເດີນ​ກ່ອນ​ບາດ​ໜຶ່ງ​ເພື່ອ​ນຳ​ພາ​ພັດ​ທະ​ນາ.