ວັນ​ທີ 3 ພຶ​ດ​ສະ​ພາ, ລັດ​ຖະ​ມົນ​ຕີ​ການ​ບັນ​ດາ​ປະ​ເທດ ອາ​ຊຽນ ພ້ອມ​ກັບ​ຍີ່​ປຸ່ນ, ຈີນ ແລະ ສ​.ເກົາ​ລີ (ອາ​ຊຽນ + 3) ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ດີບ​ໃນ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້​າ​ທາຍ​ລວມ. ໃນ​ຖະ​ແຫຼງ​ການ​ຮ່ວມ​ຜ່ານກອງ​ປະ​ຊຸມ​ຢູ່ນອກກອງ​ປະ​ຊຸມ​ປະ​ຈຳ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB) ຢູ່ Samarkand (Uzbekistan), ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ​ຂອງ ອາ​ຊຽນ + 3 ຍົກ​ອອກ​ຢ່າງ​ຈະ​ແຈ້ງ​ຄວາມ​ເຄັງ​ຕຶງ​ເພີ່ມ​ຂຶ້ນ​ໃນ​ການ​ປະ​ທະ​ກັນ​ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ໄດ້​ເຮັດ​ໃຫ້​ເພີ່ມ​ບັນ​ດາ​ຄວາມ​ສ່ຽງ​ຫຍໍ້​ທໍ້​ຕໍ່​ແຫ່ງ​ຫວັງ​ຂອງ​ພາກ​ພື້ນຫຼາຍ​ພໍ​ສົມ​ຄວນ… ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຄວາມ​ສ່ຽງເກີດ​ມາ​ຈາກ​ການເໜັງ​ຕິງຫຼາຍ​ເກີດ​ໄປ ແລະ ບັນ​ດາ​ສິ​່ງ​ທ້າ​ທາຍ​ສັບ​ສົນ​ໃນ​ຕະຫຼາດ​ການ​ເງິນ ແລະ ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ເງື່ອນ​ໄຂ​ພາຍ​ໃນ​ປະ​ເທດ.