ຕອນ​ເຊົ້າ​ວັນ​ທີ 4 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງ​ທີ 1 ນະ​ຄອນ​ຮ່າ​ໂນ້ຍ ໄດ້​ມີ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ບໍ​ລິ​ເວນ 10 ຕາ​ແສງ ເພື່ອ​ແນ​ໃສ່​ແຈ້ງ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ແລະ ຕອບ​ຄຳ​ເຫັນ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

ບັນ​ດາ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ໃຫ້​ຂໍ້​ສັງ​ເກດ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ຜ່ານ​ມາ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ ແລະ ມະ​ຕິ​ສຳ​ຄັນຫຼາຍ​ສະ​ບັບ ເຊິ່ງ​ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ, ການ​ເງິນ - ງົບ​ປະ​ມານ, ການ​ໜູນ​ຊ່ວຍ​ສັງ​ຄົມ ແລ​ະ ການ​ບໍ​ລິ​ຫານ​ລັດ. ນີ້​ແມ່ນ​ບັນ​ດາ​ເນື້ອ​ໃນ​ໂດຍ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ຍ້ອນ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ, ນະ​ໂຍ​ບາຍ​ສັງ​ຄົມ ແລະ ຄຸນ​ນະ​ພາບ​ຂອງ​ຊີ​ວິດ​ປະ​ຈຳ​ວັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ:

ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮັບ​ຮູ້​ກົງ​ຈັກ​ໃນ​ເບື້ອງ​ຕົ້ນ​ມີ​ລັກ​ສະ​ນະ​ກະ​ທັດ​ລັດ​ກວ່າ, ຂັ້ນ​ຮາກ​ຖານ​ມີ​ຄວາມ​ເປັນ​ເຈົ້າ​ການກວ່າ, ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​ມີ​ຄວາມ​ສະ​ດວກກວ່າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ປະ​ຊາ​ຊົນ​ປາ​ດ​ຖະ​ໜາ​ແມ່ນ​ຮູບ​ແບບ​ໃໝ່​ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ​ດ​ຈິງ​ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ; ຂັ້ນ​ຮາກ​ຖານ​ຕ້ອງ​ຕິດ​ແທດ​ປະ​ຊາ​ຊົນ, ໃກ້​ຊິດ​ປະ​ຊາ​ຊົນ, ກຳ​​ແໜ້ນ​ຄວາມ​ຕ້ອງ​ການ​ໃນ​ການ​ເຮັດ​ວຽກ, ບຳ​ລຸງ​ສ້າງ​ວິ​ຊາ​ຊີບ, ຫັນ​ປ່ຽນ​ອາ​ຊີບ, ເຊື່ອມ​ຕໍ່​ອົງ​ການ​ປົກ​ຄອງກັບວິ​ສາ​ຫະ​ກິດ, ບົນ​ພື້ນ​ຖານ​ບຳ​ລຸງ​ສ້າງ​ຕິດ​ພັນ​ກັບ​ວຽກ​ເຮັດ​ງານ​ທຳ ກັບ​ຊີ​ວິດ​ປະຈຳ​ວັນ ​ຂອງ​ປະ​ຊາ​ຊົນ.