ຕອນບ່າຍວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໄດ້ເປັນປະທານກອງປະຊຸມ ປະຈຳເດືອນເມສາ 2026ຂອງລັດຖະບານ. 4 ເດືອນຕົ້ນປີ 2026, ເສດຖະກິດມະຫາພາກຂອງ ຫວຽດນາມໄດ້ຮັກສາເປັນປົກກະຕິໂດຍພື້ນຖານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຊີ້ແຈ້ງວ່າໃນ 3 ອາທິດພາຍຫຼັງລັດຖະບານຊຸດທີ XVI ໄດ້ບູລະນະ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຜັນຂະຫຍາຍຫຼາຍວຽກງານ, ໃນເບື້ອງຕົ້ນມີການຫັນປ່ຽນຢ່າງຕັ້ງໜ້າ, ນັ້ນແມ່ນອັບເດດ, ເພີ່ມເຕີມໂຄງການກະທຳເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ແລະ ບົດສະຫຼຸບເລກທີ 18 ຂອງສູນກາງ ກ່ຽວກັບແຜນການພັດທະນາເສດຖະກິດສັງຄົມ, ການເງິນແຫ່ງຊາດ ແລະ ໜິ້ສິນ, ການຈ່າຍໜິ້, ການລົງທຶນພາກສາທາລະນະໄລຍະກາງ 5 ປີ 2026 – 2030 ຕິດພັນກັບການປະຕິບັດເປົ້າໝາຍສູ້ຊົນນຳການເຕີບໂຕບັນລຸລະດັບ ສອງຕົວເລກ. ທ່ານໃຫ້ຮູ້ວ່າ:
ພວກເຮົາຕ້ອງຕິດພັນການຈັດແບ່ງເງິນລົງທຶນສາທາລະນະ ກັບການຕີລາຄາປະສິດທິຜົນເສດຖະກິດ ສັງຄົມໃນເວລາກ່ອນ, ພາຍໃນ ແລະ ພາຍຫຼັງການປະຕິບັດການລົງທຶນ. ບົນພື້ນຖານການຊີ້ນຳຂອງສູນກາງ, ຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ການແນະນຳຂອງກົມການເງິນ, ບັນດາກະຊວງ, ຂະແໜງການ, ບັນດາທ້ອງຖິ່ນຕ້ອງຫັນເປັນລະອຽດການແນະນຳຕີລາຄາປະສິດທິຜົນດ້ານເສດຖະກິດສັງຄົມເຂົ້າບັນດາໂຄງການລະອຽດຂອງຕົນ, ວິສາຫະກິດຕົນ, ທ້ອງຖິ່ນ…ຮັບປະກັນການຕີລາຄາປະສິດທິຜົນໃນເສດຖະກິດສັງຄົມ. ຖ້າເຮັດວຽກງານນີ້ເປັນຢ່າງດີປະສິດທິຜົນການລົງທຶນຈະມີກຳລັງແຮງແຜ່ກະຈາຍ ເພື່ອດຶງດູດບັນດາແຫຼ່ງກຳລັງແຮງລົງທຶນສັງຄົມທີ່ຍິ່ງໃຫຍ່ທີ່ສຸດ.




