ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ​ແລ້ວ, ໃນ​ເດືອນ​ເມ​ສາ 2026, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 2,03 ລ້ານ​ເທື່ອ​ຄົນ, ອັນ​ໄດ້​ຍົກຍອດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໃນ4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ລະ​ດັບ 8,8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ປະ​ຕິ​ບັດ​ສຳ​ເລັດ 35%ເປົ້​າ​ໝາຍ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 25 ລ້ານ​ເທື່ອ​ຄົນໃນ​ປີ 2026. ໝາກ​ຜົນ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ​ນ​ີ້​ໄດ້​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ ຄື​ສະ​ຖານ​ທີ່​ນັດ​ພົບ​ທີ່​ປອດ​ໄພ, ສະ​ຖຽນ​ລະ​ພາບ ແລະ ນັບ​ມື້​ນັບ​ດຶງ​ດູດ​ໃຈ​ບົນ​ແຜນ​ທີ່​ທ່ອງ​ທ່ຽວ​ສາ​ກົນ. ນີ້​ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ໃນ 4 ເດືອນ​ຢ່າງ​ລຽ​ນ​ຕິດ, ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ຕ້ອນ​ຮັບແຂກ​ທ່ອງ​ທ່ຽວ​ສາ​ກົນ​ກວ່າ 2 ລ້ານ​ເທື່ອ​ຄົນ​ໃນ​ເດືອນ​ໜຶ່ງ, ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ໃນ 4 ເດືອນ​ຕົ້ນ​ປີ​ບັນ​ລຸ​ຈຳ​ນວນ 8,8 ລ້ານ​ເທື່ອ​ຄົນ. ໃນ 4 ເດືອນ​ຕົ້ນ​ປີ 2026, 10 ຕະຫຼາດ​ສົ່ງ​ແຂກ​ທ່ອງ​ທ່ຽວ​ມາ​ຫວຽດ​ນາມ ຫຼາຍ​ທີ່​ສຸດ​ລວມ​ມີ: ຈີນ, ສ​.ເກົາຫຼີ, ລັດ​ເຊຍ, ໄຕ​ຫວັນ (ຈີນ), ກຳ​ປູ​ເຈຍ, ອາ​ເມ​ລິ​ກາ, ອິນ​ເດຍ, ຍີ່​ປຸ່ນ, ອົດ​ສະ​ຕາ​ລີ ແລະ ຟີ​ລິບ​ປິນ. ກຸ່ມ​ຕະຫຼາດ​ນີ້​ໄດ້​ປະ​ກອບ​ສ່ວນ​ປະ​ມານ 72%ຍອດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ, ສະ​ເພາະ​ສອງ​ຕະຫຼາດ​ໃຫຍ່​ທີ່​ສຸດ​ແມ່ນ ຈີນ ແລະ ​ສ.ເກົາຫຼີ ກວມ​ເອົາ​ເກືອບ 40%.