ບັນດາມືປືນທີ່ໄດ້ຖືວ່າແມ່ນສະມາຊິກຂອງ ຕາລີບານຖືກຈັບຕົວຢູ່ Jalalabad, ອາບການິດສະຖານ (ພາບ: AFP/TTXVN) |
ວັນທີ 5 ມັງກອນ, ກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ປະກາດວ່າ ໄດ້ຈັບຕົວໄດ້ ຜູ້ບັນຊາການຫຼັກແຫຼ່ງຂອງ ກຳລັງ ຕາລີບານ ຢູ່ ແຂວງ Faryab ພາກເໜືອ ຂອງປະເທດນີ້. ຜູ້ບັນຊາການຫຼັກແຫຼ່ງຂອງ ຕາລີບານ Quari Nizamudin ຖືກຕຳຫຼວດຈັບຕົວໃນຂະນະທີ່ກຳລັງຊອກຫາວິທີເຂົ້ານະຄອນ Maimana ໃນຕອນຄ່ຳວັນທີ 4 ມັງກອນ.




