ຕອນບ່າຍວັນທີ 28 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເປັນປະທານພິທີມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ ມີຜູ້ອຳນາດເຕັມແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ປະຈຳຕ່າງປະເທດ 5 ທ່ານ.
ທີ່ພິທີມອບຂໍ້ຕົກລົງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີບັນດາທ່ານເອກອັກຄະລັດຖະທູດ ສືບຕໍ່ເສີມຂະຫຍາຍຄຸນນະທາດ, ພູມປັນຍາ, ຈິດໃຈຄວາມຮັບຜິດຊອບ, ປະກອບສ່ວນນຳການພົວພັນ ຫວຽດນາມ ກັບບັນດາປະເທດເຂົ້າສູ່ລວງເລິກ, ແທ້ຈິງ, ສະຖຽນລະພາບ, ຍືນຍົງ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ວຽກງານການທູດຕ້ອງຕິດພັນກັບວິວັດການພັດທະນາ, ເປີດທາງໃຫ້ແກ່ການພັດທະນາ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍ, ຍາດແຍ່ງບັນດາກຳລັງແຮງພາຍນອກ, ຍົກສູງຖານະບົດບາດຂອງປະເທດຊາດ. ທ່ານໃຫ້ຮູ້ວ່າ:
ເສັ້ນທາງການທູດຂອງພວກເຮົາແມ່ນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ, ຫຼາຍຝ່າຍ, ເປັນເພື່ອນມິດ ແລະຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ. ດັ່ງນັ້ນ, ຕ້ອງຊຸກຍູ້ການພົວພັນກັບບັນດາປະເທດເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືໃຫຍ່, ຄູ່ຮ່ວມມືຍຸດທະສາດ, ເພື່ອນມິດມີມາແຕ່ດົນນານ. ຄວາມຮຽກຮ້ອງຕ້ອງການສຳຄັນທີ່ສຸດ, ບໍ່ປະໃຫ້ເກີດຄວາມເຂົ້າໃຈຜິດຍຸດທະສາດໃນສະພາບການແກ້ງແຍ້ງຢ່າງຮ້າຍແຮງຄືໃນປັດຈຸບັນ, ຕ້ອງຢຶດໝັ້ນຕໍ່ເສັ້ນທາງກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາການສົນທະນາ, ຊຸກຍູ້ການຮ່ວມມື ແລະ ແກ້ໄຂຄວາມແຕກຕ່າງກັນຢ່າງຄ່ອງແຄ້ວ, ພ້ອມທັງຢຶດໝັ້ນຕໍ່ການປົກປ້ອງຜົນປະໂຫຍດອັນຊອບທຳຂອງຫວຽດນາມ.





