ສວນທໍລະນີສາດທົ່ວໂລກ ກາວບັ່ງໂດຍອົງການ UNESCO ເຊີດຊູເປັນຄັ້ງທີ 2ພາຍຫຼັງຜ່ານຜ່າຂັ້ນຕອນການປະເມີນຄືນໃໝ່. ຂໍ້ຕົກລົງນີ້ໝາຍຄວາມວ່າ ສວນສາທາລະນະທໍລະນີສາດແຫ່ງນີ້ ສືບຕໍ່ໄດ້ຮັບການຢັ້ງຢືນເປັນສວນສາທາລະນະທໍລະນີສາດທົ່ວໂລກຕື່ມອີກ 4 ປີ. ພິທີ ມອບໃບຢັ້ງຢືນປີ 2026 ໃຫ້ແກ່ສວນສາທາລະນະທໍລະນີສາດທົ່ວໂລກອີກຄັ້ງໜຶ່ງຢັ້ງຢືນບົດບາດຂອງເຄືອຂ່າຍສວນສາທາລະນະທໍລະນີສາດທົ່ວໂລກຄືດັ່ງພື້ນຖານຮ່ວມມືສາກົນທີ່ມີປະສິດທິຜົນ, ເປັນບ່ອນທີ່ບັນດາປະເທດພ້ອມກັນແບ່ງປັນບົດຮຽນປະສົບການ, ຊຸກຍູ້ການອະນຸລັກຮັກສາມໍລະດົກ ແລະ ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ທ່ານ ຫງວຽນກວັກຈຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງກ໋າວບັ່ງ ໃຫ້ຮູ້ວ່າ:
ໄລຍະ 2026 – 2030, ຈຸດສຸມແມ່ນພັດທະນາຜະລິດຕະພັນການທ່ອງທ່ຽວສີຂຽວ, ຍືນຍົງເປັນຫຼາຍຮູບແບບ ຕິດພັນກັບສວນສາທາລະນະທໍລະນີສາດທົ່ວໂລກ, ການທ່ອງທ່ຽວຊຸມຊົນ, ຊີວະພາບແລະ ຜັກຜ່ອນບຳລຸງສຸຂະພາບ. ເພື່ອປະຕິບັດເປົ້າໝາຍນີ້, ກາວບັ່ງປາດຖະໜາວ່າສູນກາງເອົາໃຈໃສ່ລົງທຶນພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ, ເປັນຕົ້ນແມ່ນເສັ້ນທາງຄວາມໄວສູງ ແລະ ເສັ້ນທາງຫຼວງ ເຊື່ອມຕໍ່ບັນດາສະຖານທີ່ ທ່ອງທ່ຽວ, ມີກົນໄກ, ນະໂຍບາຍພິເສດເພື່ອດຶງດູດນັກລົງທຶນໃຫຍ່, ໜູນຊ່ວຍທຶນບຸລິມະສິດໃຫ້ແກ່ວິສາຫະກິດແລະຊຸມຊົນ, ພ້ອມທັງເພີ່ມທະວີການສົ່ງເສີມ, ໂຄສະນາລະດັບຊາດ ແລະ ສາກົນ ເພື່ອແຜ່ກະຈາຍເຄື່ອງໝາຍການຄ້າການທ່ອງທ່ຽວ ກາວບັ່ງ.




