ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 5 ຂອງ ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ AIPA (WAIPA) ວັນ​ທີ 27 ເມ​ສາ, ຕາງ​ໜ້າ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ຢູ່​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ ທ້າຍ​ກິ່ງ​ມາຍ​ຢຸງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ຢ່າງ​ໜ້ອຍ​ສຸດ 35% ຈຳ​ນວນແມ່​ຍິງ ໃນ​ບັນ​ຊີ​ລາຍ​ຊື່​ອອກ​ສະ​ໝັກ​ຮັ​ບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ໃນ​ອາ​ຍຸ​ການ 2026 – 2031.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ບູ​ລະ​ນະ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ຊຸດ​ທີ XVI ໂດຍ​ໄວ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ປາດ​ຖະ​ໜາ​, ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ລັດ​ຖະ​ສະ​ພາ ອາ​ຊຽນ ໃນ​ການ​ສ້າງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ເຊື່ອມ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ອາ​ຊຽນ ເພື່ອ​ພ້ອມ​ກັນ​ແບ່ງ​ປັນ​ກ່ຽວ​ກັບ​ບັນ​ຫາ​ຫົວ​ຂໍ້​ ​ໃນ​ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ.