ຊະເລີຍເສີກຕາລີບານໄດ້ຮັບການປ່ອຍຕົວຢູ່ອາບການິດສະຖານ (ພາບ: AFP/TTXVN) |
ພາຍຫຼັງໂຮມປະຊຸມຢູ່ນະຄອນ Kabul ມາເປັນເວລາ 3 ວັນ ໂດຍມີການເຂົ້າຮ່ວມຂອງບັນດານັກການເມືອງ, ບັນດາເຈົ້າກົກເຈົ້າເຫຼົ່າ ອາບການິດສະຖານ, ສະມັດຊາໃຫຍ່ Loya Jirga ໄດ້ຊີ້ແຈ້ງວ່າ ເພື່ອລົບລ້າງຮົ້ວກີດຂວາງ, ອະນຸຍາດໃຫ້ເລີ່ມຕົ້ນວິວັດທະນາການແຫ່ງການເຈລະຈາສັນຕິພາບ, ຢຸດຕິການປະທະກັນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ກອງປະຊຸມ ໄດ້ຕັດສິນປ່ອຍມືປືນ 44 ຄົນທີ່ນອນໃນບັນຊີລາຍຊື່ທີ່ມີຄວາມວິຕົກກັງວົນເປັນພິເສດຂອງອາເມລິກາ ແລະ ບັນດາປະເທດຕ່າງໆ ເຊິ່ງກ່ຽວຂ້ອງເຖິງບັນດາເຫດບຸກໂຈມຕີທີ່ຮ້າຍແຮງ.
ການເຈລະຈາລະຫວ່າງບັນດາຝ່າຍເປັນປໍລະປັກກັນຢູ່ອາບການິດສະຖານຄາດວ່າຈະຈັດຂຶ້ນຢູ່ ໂດຮາ (ປະເທດກາຕາ) ໃນທ້າຍອາທິດນີ້.








