ອາເມລິກາ ຄາດວ່າຈະຜັນຂະຫຍາຍລູກສອນໄຟໄລຍະກາງຢູ່ Darwin, ອົດສະຕາລີ
05/08/2019 08:02
(VOVWORLD) - ອາເມລິກາ ຄາດວ່າຈະຜັນຂະຫຍາຍບັນດາລູກສອນໄຟໄລຍະກາງຢູ່ພາກເໜືອ ອົດສະຕາລີ ໃນສະພາບການທີ່ທັງ ອາເມລິກາ ແລະ ອົດສະຕາລີ ລ້ວນແຕ່ກ່າວປະນາມຄັດຄ້ານ ຈີນ ຂົ່ມເຫັງບັນດາປະເທດນ້ອຍກ່ວາ, ແຊກແຊງເຂົ້າພື້ນຖານອະທິປະໄຕ, ຫັນເປັນການທະຫານຢູ່ທະເລຕາເວັນອອກ ແລະ ປະຕິບັດບັນດາການເຄື່ອນໄຫວດ້ານການຄ້າໂດຍບໍ່ຍຸຕິທຳ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ຢູ່ສະໜາມບິນ Sydney ພາບ: AFP ກ່າວຄຳເຫັນທີ່ກອງປະຊຸມຂ່າວພາຍຫລັງກອງປະຊຸມປຶກສາຫາລືລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດປະຈຳປີ ອາເມລິກາ - ອົດສະຕາລີ ເຊິ່ງຈັດຕັ້ງໃນວັນທີ 04 ສິງຫາ ຢູ່ນະຄອນ Sydney, ບັນດາລັດຖະມົນຕີຂອງ ອາເມລິກາ ແລະ ອົດສະຕາລີ ລ້ວນແຕ່ບໍ່ເວັ້ນເສຍກໍລະນີທີ່ ອາເມລິກາ ຈະຜັນຂະຫຍາຍບັນດາລູກສອນໄຟຢູ່ນະຄອນ Darwin, ພາກເໜືອຂອງ ອົດສະຕາລີ.
TAG
VOV/VOVworld/ອາເມລິກາ/ລູກສອນໄຟໄລຍະກາງ/Darwin/ອົດສະຕາລີ
Related







