ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ (ພາບ: AFP/TTXVN) |
ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ໄດ້ປະກາດວ່າ ຄະນະປະຕິບັດງານຂອງ ລັດເຊຍ ແລະ ອາເມລິກາ ໄດ້ພົບປະກັນຢູ່ ວຽນ (ປະເທດໂອຕາລິດ) ໃນລະຫວ່າງວັນທີ 28 – 30 ກໍລະກົດ ເພື່ອຈັດກອງປະຊຸມວຽກງານກ່ຽວກັບການຄວບຄຸມອາວຸດນິວເຄຼຍ. ເມື່ອເດືອນ ມິຖຸນາ, 2 ຝ່າຍກໍ່ໄດ້ດຳເນີນບັນດາການປຶກສາຫາລືກ່ຽວກັບເລື່ອງຄວບຄຸມອາວຸດ ແລະ ສ້າງຍຸດທະສາດເປັນປົກກະຕິຢູ່ ວຽນ ແຕ່ບໍ່ບັນລຸໄດ້ຄວາມຄືບໜ້າໃນການຕໍ່ກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດຍຸດທະສາດໃໝ່ (ຫຼືເອີ້ນຫຍໍ້ວ່າ START ໃໝ່).








