VOV WorldVOV World
ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ກະຕຸກຊຸກຍູ້ບັນດາຝ່າຍກົງກັນຂ້າມຢູ່ພາກໃຕ້ ເຢແມນ ດຳເນີນການເຈລະຈາ
09/09/2019 07:41
(VOVWORLD) - ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ໄດ້ຮຽກຮ້ອງກຳລັງລັດຖະບານ ເຢແມນ ທີ່ໄດ້ຮັບການຮັບຮອງຈາກສາກົນ ແລະ ບັນດາມືປືນແຍກຕົວອອກຂຶ້ນກັບສະພາຂ້າມຜ່ານພາກໃຕ້ (STC) ຢຸດຕິທຸກການເຄື່ອນໄຫວການທະຫານຢູ່ພາກໃຕ້ປະເທດນີ້.
ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ກະຕຸກຊຸກຍູ້ບັນດາຝ່າຍກົງກັນຂ້າມຢູ່ພາກໃຕ້ ເຢແມນ ດຳເນີນການເຈລະຈາ
ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ ກະຕຸກຊຸກຍູ້ບັນດາຝ່າຍກົງກັນຂ້າມຢູ່ພາກໃຕ້ ເຢແມນ ດຳເນີນການເຈລະຈາ (ພາບ: AFP/TTXVN)         ວັນທີ 08 ກັນຍາ, ບັນດາສຳນັກຂ່າວສານ SPA ແລະ WAM ໄດ້ຄັດສະເໜີຖະແຫຼງການຮ່ວມຂອງ 2 ປະເທດເຂດອ່າວເປີເຊຍ ທີ່ຮຽກຮ້ອງບັນດາຝ່າຍກົງກັນຂ້າມຢູ່ ເຢແມນ ຢຸດຕິທຸກການເຄື່ອນໄຫວດ້ານການທະຫານໃນທັນທີ ກໍ່ຄືບັນດາການກະທຳລະເມີດທີ່ກໍ່ຜົນສະທ້ອນຕໍ່ຊັບສິນພາກລັດ ແລະ ເອກະຊົນ. ຖະແຫຼງການກໍ່ກະຕຸກຊຸກຍູ້ບັນດາມືປືນແຍກຕົວອອກ ແລະ ລັດຖະບານຂອງທ່ານປະທານາທິບໍດີ ເຢແມນ Abd-Rabbu Mansour Hadi ກະກຽມໃຫ້ແກ່ “ການພົບປະເຈລະຈາທີ່ມີລັກສະນະສ້າງສັນ” ແນໃສ່ຢຸດຕິວິກິດການ.
TAG
VOV/VOVworld/ອາຣັບບິ ຊະອຸດິ/ສະຫະລັດ ອາຣັບ ເອມີເລດ/ກະຕຸກຊຸກຍູ້/ເຢແມນ