ວັນ​ທີ 3 ພຶດ​ສະ​ພາ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ແຈ້ງ​ວ່າ​ຈະ​ສະ​ຫງວນ​ເງິນ​ຫຼາຍ​ທີ່​ສຸດ​ເປັນ​ຈຳ​ນວນ​ 70 ຕື້ USD ຈົນ​ຮອດ​ປີ 2035 ເພື່ອ​ຜັນ​ຂະ​ຫຍາຍ​ສອງ​ຂໍ້​ລິ​ເລີ່ມ​ໃຫຍ່​ເພື່ອ​ແນ​ໃສ່​ສະ​ສົມ​ຕາ​ໜ່າງ​ໄຟ​ຟ້າ, ເປີດກວ້າງ​ການ​ຄ້າ​ໄຟ​ຟ້າ​ພະ​ລັງ​ງານ​ຂ້າມ​ຊາດ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ໃນ​ພາ​ກ​ພື້ນ​ອາ​ຊີ​ ປາ​ຊີ​ຟິກ. ຖະ​ແຫຼງ​ການ​ໄດ້​ຍົກ​ອອກ​ມາ​ຢູ່ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 59 ຂອງ ADB ຈັດ​ຂຶ້ນ​ຢູ່​ນະ​ຄອນ Samarkand ຂອງ Uzbekistan. ນະ​ທີ່​ນີ້, ທ່ານ Masato Kanda ​ປະ​ທານ ADB ໄດ້​ປະ​ກາດ​ສອງ​ຂໍ້​ລິ​ເລີ່ມ​ລວມ​ມີ: ຂໍ້​ລິ​ເລີ່ມ​ຕາ​ໜ່າງ​ໄຟ​ຟ້າ​ເຂດ​ອາ​ຊີ ແລະ ແລວ​ທາງ​ດີ​ຈີ​ຕອນ​ອາ​ຊີ - ປາ​ຊີ​ຟິກ.