ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2026) ແລະ ສະເຫຼີມສະຫຼອງ 140 ປີແຫ່ງວັນແຮງງານສາກົນ (1/5/1886 – 1/5/2026), ວັນທີ 27 ເມສາ, ທ່ານ ຈິ້ງວັນກວຽດ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ 100 ຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ກຳມະກອນ, ຜູ້ອອກແຮງງານ 100 ຄົນໃນບໍລິເວນຕາແສງ ໝິ້ເຟືອງ ກໍ່ຄືນະຄອນເຫ້ວ. ທ່ານຈິ້ງວັນກຽວດ ສະເໜີທ້ອງຖິ່ນສືບຕໍ່ປະຕິບັດນະໂຍບາຍພິເສດໃຫ້ແກ່ຜູ້ມີຄຸນງາມຄວາມດີ ໃຫ້ດີທີ່ສຸດ, ພິເສດແມ່ນເອົາໃຈໃສ່ເຖິງແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະໜັກ, ຜູ້ມີຄຸນງາມຄວາມດີທີ່ມີອາຍຸສູງ, ສູ້ຊົນເພືອໃຫ້ທຸກຄອບຄົວນະໂຍບາຍໃນບໍລິເວນລ້ວນແຕ່ມີລະດັບການດຳລົງຊີວິດທຽບເທົ່າ ຫຼືສູງກວ່າລະດັບປານກາງເຂດຊຸມຊົນ.
ໃນຕອນບ່າຍວັນດຽວກັນ, ທ່ານນາງ ບຸ່ຍທິມິງຮ່ວາຍ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ໄດ້ມາຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ 320 ຄອບຄົວນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນແຂວງແທັງຮວາ, ນິງບິ່ງ. ຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 27 ເມສາ, ທ່ານ ເຈິ່ນດຶກທັ້ງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ພ້ອມກັບການນຳນະຄອນໄດ້ມອບຂອງວັນ 60 ພູດໃຫ້ແກ່ຄອບຄົວນະໂຍບາຍ, ກຳມະກອນຜູ້ອອກແຮງງານທຸກຍາກຢູ່ຕາແສງ ກຽນຮຶງ, ແຕ່ລະພູດມີມູນຄ່າ 2.500.000 ດົ່ງ (100USD).







