VOV WorldVOV World
ໄຂເວທີປາໄສເສດຖະກິດເຂດທາງທິດຕາເວັນອອກ ຄັ້ງທີ 5 ປີ 2019
04/09/2019 09:14
(VOVWORLD) - ເວທີປາໄສເສດຖະກິດເຂດທາງທິດຕາເວັນອອກ (EEF) ຄັ້ງທີ 5 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 04 ກັນຍາ, ຢູ່ນະຄອນ Vladivostok, ສະຫະພັນລັດເຊຍ.
ໄຂເວທີປາໄສເສດຖະກິດເຂດທາງທິດຕາເວັນອອກ ຄັ້ງທີ 5 ປີ 2019
       EEF-2019 ດ້ວຍຫົວຂໍ້ຫຼັກແມ່ນ “ຕາເວັນອອກໄກ - ບັນດາການພັດທະນາ” ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 8 ພັນທ່ານ ທີ່ມາຈາກກວ່າ 50 ປະເທດໃນໂລກ. ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານ ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ນໍາໜ້າຄະນະໄປເຂົ້າຮ່ວມ.         ໂຄງການດໍາເນີນງານຂອງ EEF – 2019 ໄດ້ຈັດແບ່ງເປັນ 04 ຫົວຂໍ້ຫຼັກ, ເຊິ່ງລວມມີ: ບັນດາມາດຕະການໃໝ່ຍູ້ໄວການເຕີບໂຕເສດຖະກິດ; ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ; ຕາເວັນອອກໄກ ແລະ ອາຊີປາຊີຟິກ: ພັດທະນາກາລະໂອກາດຮ່ວມມື; ບັນດາມາດຕະການໃໝ່ເພື່ອຍົກສູງຄຸນນະພາບຂອງການດໍາລົງຊີວິດ.         ໂຄງການເຮັດວຽກຂອງເວທີປາໄສ ລວມມີກວ່າ 50 ລາຍການ, ໃນນັ້ນ, ເຫດການຈຸດສຸມແມ່ນວາລະປະຊຸມຄົບຄະນະຈະຖືກດໍາເນີນໃນວັນທີ 05 ກັນຍາ. ນອກຈາກນັ້ນ, ຢູ່ນອກເວທີປາໄສຈະຈັດຕັ້ງເຫດການແຂ່ງຂັນກິລາ, ສະແດງສິລະປະວັດທະນະທໍານັບຮ້ອຍເຫດການ.
TAG
VOV/VOVworld/ຕາ​ເວັນ​ອອກ​​ໄກ/ເວທີປາໄສເສດຖະກິດ