ສັບປະດາຮູບເງົາແນະນຳບັນດາຮູບເງົາທີ່ມີຫົວເລື່ອງກ່ຽວກັບວັດທະນະທຳ, ປະທານໂຮ່ຈີມິນ, ປະເທດຊາດ ແລະ ຊາວຫວຽດນາມ

ສັບປະດາຮູບເງົາໂດຍກົມຮູບເງົາຮັບຜິດຊອບແລະສົມທົບກັບສູນສາຍຮູບເງົາແຫ່ງຊາດ, ບັນດາພະແນກວັດທະນະທຳ ແລະ ກົມກອງຮູບເງົາຂອງບັນດາແຂວງນະຄອນໄດ້ຜັນຂະຫຍາຍແຕ່ວັນທີ 25 ກຸມພາຫາວັນທີ 3 ມີນາປີ 2023 ໃນຂອບເຂດທົ່ວປະເທດ.

ສັບປະດາຮູບເງົາແນະນຳບັນດາຮູບເງົາທີ່ມີຫົວເລື່ອງກ່ຽວກັບວັດທະນະທຳ,ກ່ຽວກັບປະທານໂຮ່ຈີມິນ, ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ຈຳໜ່າຍ ແລະ ເຜີຍແຜ່ບັນດາຮູບເງົາທີ່ຖືກສັ່ງຊື້ ຈາກແຫຼ່ງງົບປະມານແຫ່ງລັດຮັບໃຊ້ໜ້າທີ່ການເມືອງ. ທີ່ພີທີໄຂ, ສູນສາຍຮູບເງົາແຫ່ງຊາດໄດ້ແນະນຳຮູບເງົາເອກະສານທີ່ມີຫົວຂໍ້ “ວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນກ້າວເດີນ” ແລະ ຮູບເງົາເລື່ອງ “ແສງອະລຸນແດງ”.