(ພາບ: VOV)
ໃນລະຫວ່າງວັນທີ 5 – 7 ສິງຫາ, ນັກຂ່າວ ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ໄດ້ສຳພາດທ່ານປະທານສະພາແຫ່ງຊາດ ໄທ ກ່ຽວກັບບັນດາບຸລິ ມະສິດໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່.
ທ່ານປະທານສະພາແຫ່ງຊາດລາຊາອານາຈັກ ໄທ ໂສພົນ ເນັ້ນໜັກວ່າ: ຜ່ານບັນດາເວທີປາໄສການສົນທະນາ, ປຶກສາກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ ແລະ ການຄ້າ, ສະພາແຫ່ງຊາດ ເປັນຂົວຕໍ່ສະຫລຸບຂໍ້ມູນ, ສ່ອງແສງຄວາມມຸ່ງມາດ ປາດຖະໜາຂອງປະຊາຊົນເຖິງລັດຖະບານສອງປະເທດເພື່ອຫັນບັນດາ ນະໂຍບາຍ, ຂໍ້ຕົກລົງຜັນຂະຫຍາຍໃນຕົວຈິງໃຫ້ເປັນອັນລະອຽດ. ທ່ານກ່າວວ່າ: (ເທບພາສາໄທ)
“ກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງສະພາແຫ່ງຊາດ ສອງປະເທດ ແມ່ນກົນໄກສຳຄັນຊ່ວຍຫັນບັນດາຂໍ້ຕົກລົງຮ່ວມມືໃຫ້ເປັນອັນລະອຽດ ໂດຍຜ່ານການເຄື່ອນໄຫວນິຕິບັນຍັດ ແລະ ການຕິດຕາມກວດກາ. ຜ່ານກົນໄກນີ້, ສະພາແຫ່ງຊາດສອງປະເທດອາດເພີ່ມທະວີການ ແລກປ່ຽນບົດຮຽນ, ສົມທົບກັນສ້າງນະໂຍບາຍ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດ, ສັງຄົມ, ຄວາມໝັ້ນຄົງ ກໍ່ຄືບັນດາບັນຫາທີ່ມີຄວາມສົນໃຈລວມ. ພ້ອມກັນນັ້ນ, ການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນຄື AIPA ແລະ IPU ກໍ່ປະກອບສ່ວນຍົກສູງສຽງເວົ້າລວມຂອງໄທ ແລະ ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນດາບັນຫາຂອງພາກພື້ນ ແລະ ໂລກ”.




