(ພາບ: Thanh Tùng/TTXVN)
ນັ້ນແມ່ນການພິນິດໄສໃນ “ບົດລາຍງານ ການພັດທະນາໂລກ 2026: ຄວາມໝັ້ນໝາຍຂອງປັນຍາປະດິດ” ໂດຍທະນາຄາໂລກ (WB) ປະກາດໃນວັນທີ 4 ສິງຫາ. ບົດລາຍງານກໍ່ຮັບຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍ ພື້ນຖານເສດຖະກິດນອກສະຫະພາບ ເອີລົບ (EU) ທີ່ໄດ້ປະກາດໃຊ້ຂອບນິຕິກຳກວມລວມກ່ຽວກັບປັນຍາປະດິດ ໃນປີ 2025. ຫວຽດນາມ ນຳໃຊ້ຮູບແບບຈັດແບ່ງຂັ້ນຄວາມສ່ຽງຄ້າຍຄືກັບສະຫະພາບ ເອີລົບ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດເພື່ອຄຸ້ມຄອງບັນດາລະບົບ ປັນຍາປະດິດຢ່າງປອດໄພ ແລະ ກະຈ່າງແຈ້ງ. ຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ນອນໃນ 5 ປະເທດພວມພັດທະນາການສົ່ງອອກ ແຖວໜ້າບັນດາຜະລິດຕະພັນເພື່ອສ້າງບັນດາລະບົບປັນຍາປະດິດ (ພ້ອມກັບປະເທດ: ຈີນ, ເມັກຊີໂກ, ມາເລເຊຍ ແລະ ໄທ).
ປັນຍາປະດິດ ນຳໂອກາດມາໃຫ້ ຫວຽດນາມ ເພື່ອຮັດແຄບວິວັດຂັ້ນ ຕອນການພັດທະນາໃຫ້ສັ້ນລົງ ແລະ ຢັ້ງຢືນທີ່ຕັ້ງບົດບາດໃນແຜນທີ່ເຕັກໂນໂລຢີ. ດ້ວຍການເປັນເຈົ້າການກ່ຽວກັບນະໂຍບາຍ, ຫວຽດນາມ ພວມມີບັນດາບາດກ້າວເດີນໄປຖືກທິດ.




