ດ້ວຍຖານະບົດບາດທີ່ໄດ້ກຳນົດໃໝ່ຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ການທູດ ຫວຽດນາມ ໄດ້ຍົກລະດັບຂຶ້ນເປັນໜ້າທີ່ “ຈຸດສຸມ, ເປັນປະຈຳ”, ພ້ອມກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຮັບປະກັນການພັດທະນາປະເທດຊາດແບບຍືນຍົງ. ນີ້ແມ່ນບາດກ້າວຍຸດທະສາດສຳຄັນຂອງ ຫວຽດນາມ ໃນສະພາບການໂລກທີ່ມີຫັນປ່ຽນຢ່າງເລິກເຊິ່ງ, ແນໃສ່ຮັກສາທ່າເປັນເຈົ້າການຍຸດທະສາດ, ປະກອບສ່ວນຫັນເປົ້າໝາຍ “ບືນຕົວຂຶ້ນຂອງຊາດ ຫວຽດນາມ” ໃຫ້ປະກົດຜົນເປັນຈິງ. ນັ້ນແມ່ນຂໍ້ສັງເກດຂອງທ່ານ ສ.ຈ Xu Liping, ນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນ ສັງກັດສະຖາບັນວິທະຍາສາດສັງຄົມ ຈີນ, ເມື່ອຕອບສຳພາດຕໍ່ນັກຂ່າວສື່ມວນຊົນກ່ຽວກັບບົດບາດ, ທີ່ຕັ້ງ ແລະ ບັນດາການປະກອບສ່ວນຂອງການທູດ ຫວຽດນາມ ຕໍ່ການພັດທະນາ, ການເຊື່ອມໂຍງຂອງປະເທດຊາດໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່.
ທ່ານ ສ.ຈ Xu Liping ຖືວ່າ: ຫວຽດນາມ ຢຶດໝັ້ນ ແລະ ປະຕິບັດແນວທາງການຕ່າງປະເທດເປັນເອກະລາດຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ສ້າງສະພາບແວດລ້ອມສາກົນທີ່ສະດວກໃຫ້ແກ່ພາລະກິດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນສຳຄັນທີ່ສຸດເຂົ້າການດຶງດູດແຫຼ່ງເງິນລົງທຶນຕ່າງປະເທດ ແລະ ຊຸກຍູ້ການຄ້າຕ່າງປະເທດຂອງ ຫວຽດນາມ. ທ່ານກໍ່ໃຫ້ຂໍ້ສັງເກດວ່າ ໃນການພົວພັນກັບ ຈີນ, ຫວຽດນາມ ຖືນີ້ແມ່ນບຸລິມະສິດການທູດແຖວໜ້າ, ສະແດງໃຫ້ເຫັນຄວາມສະຫຼາດສ່ອງໃສ ແລະ ພູມປັນຍາຂອງການທູດ ຫວຽດນາມ.




