ຕອນ​ເຊົ້າ​ວັນ​ທີ 05 ສິງ​ຫາ, ທ່ານ ໂສ​ພົນ ຊາ​ຣຳ, ປະ​ທານ​ສະ​ພາ​ແຫ່ງ​ຊາດ, ທັງ​ເປັນ​​ປະ​ທານສະ​ພາ​ຜູ້​ແທນ​ລາ​ຊະ​ດອນແຫ່ງ​ລາ​ຊະ​ອາ​ນາ​ຈັກ ​ໄທ, ໄດ້​ເລີ່​ມ​ຕົ້ນ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 05 – 07 ສິງ​ຫາ, ຕາມ​ຄຳ​ເຊີນ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ.

ການ​ຢ້ຽມ​ຢາມ​ເພື່ອ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃນ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ 2 ປະ​ເທດ​ໃນ​ເລື່ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ການ​ທູດ​ລັດ​ຖະ​ສະ​ພາ, ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ຜູ້​ແທນ​ລາ​ຊະ​ດອນ ໄທ ໄລ​ຍະ 2023 – 2028 ໃຫ້​ມີ​ປ​ະ​ສິ​ດ​ທິ​ຜົນ.

ການ​ຢ້ຽມ​ຢາມ​ໄດ້​ຮັບ​ຄວາມ​ຫວັງວ່າ ຈະ​ສ້າງ​ກຳ​ລັງ​ໜູນ​ເຕີມ​ອີກ​ໃຫ້​ແກ່ 2 ຝ່າຍ​ແລກ​ປ່ຽນ​ບ​ັນ​ດາ​ການ​ກຳ​ກົດ​ທິດ​ໃຫຍ່ ແນ​ໃສ່​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ເຊື່ອມ​ຕໍ່, ການ​ສຶ​ກາ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ...