(ພາບ:Minh Đức/TTXVN)
ໃນນັ້ນ, ນິງບິ່ງ ໄດ້ຮັບການສະເໜີຊື່ເຂົ້າຄັດເລືືອກໃນປະເພດ ລາງວັນ "Asia's Leading Emerging Tourism Destination 2026", ຈຸດໝາຍປາຍທາງການທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວໜ້າ ອາຊີ 2026.
ຕາມພະແນກທ່ອງທ່ຽວແຂວງ ນິງບິ່ງ ແລ້ວ, ໃນ 7 ເດືອນຕົ້ນປີ 2026, ຄາດວ່າ ນິງບິ່ງ ຈະໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 18,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 23,34% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ; ໃນນັ້ນ, ມີແຂກທ່ອງທ່ຽວ ພາຍໃນປະເທດກວ່າ 16,7 ລ້ານເທື່ອຄົນ ແລະ ແຂກທ່ອງທ່ຽວສາກົນ ກວ່າ 2 ລ້ານເທື່ອຄົນ. ຍອດລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວ ຄາດວ່າບັນລຸ 19.000 ຕື້ດົ່ງ (ເກືອບ 731 ລ້ານໂດລາສະຫະລັດ), ເພ່ີມຂຶ້ນ 21,8% ເມື່ອທ່ຽວໃສ່ໄລຍະກ່ຽວກັບຂອງປີກ່ອນ.
ເລື່ອງສືບຕໍ່ໄດ້ຮັບການສະເໜີຊື່ເຂົ້າຄັດເລືອກຢູ່ World Travel Awards ບໍ່ພຽງແຕ່ປະກອບສ່ວນຍົກສູງພາບພົດ, ເຄື່ອງໝາຍການຄ້າ ຂອງການທ່ອງທ່ຽວ ນິງບິ່ງ ເທົ່ານັ້ນ, ຫາກຍັງເປີດໂອກາດໂຄສະນາຄຸນຄ່າມໍລະດົກ, ວັດທະນະທຳ ແລະ ປະຊາຊົນ ນິງບິ່ງ ໄປເຖິງເພື່ອນມິດສາກົນ, ດຶງດູດແຂກທ່ອງທ່ຽວ, ບັນດານັກລົງທຶນຍຸດທະສາດ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວຕາມທິດສີຂຽວ, ຍືນຍົງ, ມີຄຸນນະພາບສູງອີກດ້ວຍ.




