ຕອນເຊົ້າວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນການປົກຄອງ ແລະ ການບໍລິຫານສາທາລະນະ(ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ) ໄດ້ໄຂເວທີປາໄສສາກົນນັດສາມັນກ່ຽວກັບການບໍລິຫານສາທາລະນະ ປີ 2026, ດ້ວຍຫົວຂໍ້ “ບໍລິຫານກວມລວມໃນສັງກາດພັດທະນາໃໝ່: ການຫັນປ່ຽນລະບົບ, ນະວັດຕະກຳ ແລະ ລັດຖະບານກຽມພ້ອມຕໍ່ອະນຄົດ”. ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນກວ່າ 500 ທ່ານ, ໃນນັ້ນມີຜູ້ແທນສາກົນເກືອບ 300 ທ່ານແມ່ນ ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການທູຕານຸທູດ, ອົງການຈັດຕັ້ງສາກົນ, ນັກຊ່ຽວຊານ, ນັກວິທະຍາສາດ ທີ່ມາຈາກຫຼາຍກວ່າ 20 ປະເທດ ແລະ ເຂດແຄ້ວນ.
ກ່າວຄຳເຫັນໄຂເວທີປາໄສ, ທ່ານຮອງສາດສະດາຈານ, ປ.ອ ຫງວຽນແທັ້ງຮຸ່ງ, ຮອງຜູ້ອຳນວຍການສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ຮອງປະທານສະພາທິດສະດີ ສູນກາງ ໄດ້ເນັ້ນໜັກວ່າ ຫວຽດນາມ ພວມດຳເນີນການປະຕິຮູບກົງຈັກການຈັດຕັ້ງ, ການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ ແລະ ການຫັນເປັນດີຈີຕອນ. ນີ້ບໍ່ພຽງແຕ່ແມ່ນການປ່ຽນແປງກ່ຽວກັບການຈັດຕັ້ງເທົ່ານັ້ນ ຫາກຍັງແມ່ນວິວັດການຫັນປ່ຽນທີ່ມີລັກສະນະເປັນລະບົບ, ຮຽກຮ້ອງຕ້ອງການປ່ຽນແປງຢ່າງຄົບຊຸດຈາກຄວາມຮັບຮູ້ບັນຫາ, ການວາງນະໂຍບາຍຕະຫຼອດຮອດ ການສົມທົບກະທຳ ແລະ ຈັດຕັ້ງການປະຕິບັດ.




