ເນື່ອງ​ໃນ​ໂອ​ກາດ​ນີ້​, ທ່ານ ເລ​ມິງ​ຮືງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ທ່ານເຈິ່ນ​ແທັງ​ເໝີນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຝາກ​ຈົດ​ໝາຍ​ອວຍ​ພອນເຖິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຄົນ​ໃໝ່ ສປປ ລາວ​. ໃນ​ຈົດ​ໝາຍ​ອວຍ​ພອນ​, ທ່ານ ເລ​ມິງ​ຮືງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານເຈິ່ນ​ແທັງ​ເໝີນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ​ບັນ​ດາ​ການ​ນຳ​ຄົນ​ໃໝ່​ຂອງ ລາວ ຈະ​ນຳ​ພາ ລັດ​ຖະ​ບານ ແລະ ສະ​ພາ​ແຫ່ງ​ຊາດ ລາວ ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ 5 ປີ​ຄັ້ງ​ທີ X ໄລ​ຍະ 2026 – 2030 ຢ່າງ​ມີ​ໄຊ​, ສ້າງ​ປະ​ເທດ ລາວ ສັນ​ຕິ​ພາບ​, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ​, ເອ​ກະ​ພາບ ແລະ ວັດ​ທະ​ນະ​ຖາ​ວອນ​, ດ້ວຍ​ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງຂຶ້ນ​.

​ທ່ານ​ເລ​ມິງ​ຮືງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ​ເຈິ່ນ​ແທັງ​ເໝີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ທ່ານສະ​ເຫຼີມ​ໄຊ ​ກົມ​ມະ​ສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ທ່ານສອນ​ໄຊ ສີ​ພັນ​ດອນ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ເພີ່ມ​ພຸນ​ຄຸນ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​, ສອງ​ລັດ ໃຫ້​ສືບ​ຕໍ່​ພັດ​ທະ​ນາ​ໝັ້ນ​ຄົງ​, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​, ​ຕັ້ງ​ໜ້າປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ​.