ໃນນັ້ນ, ນະຄອນ ກວ໋າງນິງ ນຳໜ້າດ້ວຍລະດັບເພີ່ມຂຶ້ນ 12,54%, ຖັດມາແມ່ນແຂວງ ຮ່າຕິ້ງ, ນະຄອນ ຫາຍຟ່ອງ, ນະຄອນ ບັກນິງ. ບັນດາທ້ອງຖິ່ນຄື: ນິງບິ່ງ, ທ໋າຍງວຽນ, ຮືງອຽນ ແລະ ແຄ໋ງຮວ່າ ລ້ວນແຕ່ເພີ່ມຂຶ້ນໃນລະດັບກວ່າ 11%. 4 ແຂວງ, ນະຄອນທີ່ຍັງເຫຼືອແມ່ນ: ດານັ້ງ, ໄຕນິງ, ຟູ໋ເທາະ ແລະ ດົ່ງນາຍ. 2 ໃຈກາງນຳໜ້າເສດຖະກິດ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ແມ່ນຍັງບໍ່ທັນນອນໃນກຸ່ມເຕີບໂຕສອງຕົວເລກນີ້ເທື່ອ. GRDP 9 ເດືອນຂອງນະຄອນ ໂຮ່ຈີມິນ ເພີ່ມ 9,06%; ຮ່າໂນ້ຍ ເພີ່ມ 8,85%, ຢຶນອັນດັບທີ່ 19 ແລະ 20 ໃນທົ່ວປະເທດ.
ອົງການສະຖິຕິໃຫ້ຂໍ້ສັງເກດວ່າ ການເຕີບໂຕສູງໄດ້ສຸມໃສ່ຢູ່ບັນດາທ້ອງຖິ່ນທີ່ມີພື້ນຖານອຸດສາຫະກຳ, ຂອບຂະໜາດການຜະລິດ ປຸງແຕ່ງ, ປະດິດສ້າງຂະໜາດໃຫຍ່ເປັນຕົ້ນ. ການລົງທຶນ, ການສົ່ງອອກ ແລະ ການພັດທະນາຂອງເຂດບໍລິການກໍ່ປະກອບສ່ວນຊຸກຍູ້ເສດຖະກິດຢູ່ ບັນດາແຂວງ, ນະຄອນນີ້ອີກດ້ວຍ.





