(ພາບ:REUTERS)
ຕາມເຈົ້າໜ້າທີ່ບໍ່ເຜີຍຊື່ຜູ້ໜຶ່ງແລ້ວ, ບັນດາເຮືອບິນຖິ້ມລະເບີດໄດ້ຍ້າຍໄປພາຍຫຼັງ “ໄພນາບຂູ່ໃໝ່ທີ່ຍັງບໍ່ທັນໄດ້ຮັບການກຳນົດເທື່ອ”.
ກ່ອນໜ້ານັ້ນ, ຕຳຫຼວດອັງກິດ ໄດ້ຮັບຂ່າວຈາກຊາວກະສິກອນທ້ອງຖິ່ນຜູ້ໜຶ່ງທີ່ວ່າ: ມີ ຄົນກຸ່ມໜຶ່ງ ພ້ອມກັບລົດບັນທຸກຫຼາຍຄັນ ທີ່ມີປະກົດການເປັນໜ້າສົງໄສ ໄດ້ມີໜ້າຢູ່ຖານທີ່ໝັ້ນ Fairford, ທາງທິດຕາເວັນຕົກພາກໃຕ້ ຂອງ England ໃນວັນທີ 27 ກັນຍາ. ເຫດການນີ້ໄດ້ເຮັດໃຫ້ເຈົ້າໜ້າທີ່ ອັງກິດ ຕ້ອງດຳເນີນການສືບສວນ ຕ້ານການກໍ່ການຮ້າຍ ແລະ ບັງຄັບໃຫ້ 85 ຄອບຄົວອາໄສຢູ່ໃກ້ກັບຖານທີ່ໝັ້ນການທະຫານຕ້ອງອົບພະຍົບໂດຍດ່ວນ. ບັນດານັກສືບສວນບໍ່ຊອກເຫັນວັດຖຸລະເບີດຢູ່ລົດໃນບັນທຸກເທື່ອ.
ເດືອນ ມີນາ ປີນີ້, ອັງກິດໃຫ້ອະນຸຍາດໃຫ້ ອາເມລິກາ ນຳໃຊ້ຖານທີ່ໝັ້ນແຫ່ງນີ້ເພື່ອດຳເນີນ “ບັນດາບັ້ນຮົບປ້ອງກັນຕົວ ທີ່ເລັ່ງໃສ່ ອີຣານ” ແລະ ນັບແຕ່ນັ້ນມາ, ເຮືອບິນຖິ້ມລະເບີດ ພ້ອມກັບບັນດາເຮືອບິນລຳອື່ນໆຂອງ ອາເມລິກາ ໄດ້ເຄື່ອນໄຫວຢູ່ຖານທີ່ໝັ້ນນີ້ຢ່າງຕໍ່ເນື່ອງ. Fairford ແມ່ນຖານທີ່ໝັ້ນໜຶ່ງດ່ຽວຂອງທະຫານອາກາດໃນດິນຕໍ່ແຜ່ນຂອງ ອັງກິດທີ່ ໄດ້ນຳໃຊ້ເພື່ອຈຸດປະສົງນີ້.





