ວັນທີ 04 ຕຸລາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະ​ເທດຄູ່ຮ່ວ​ມ​ມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມ​ມີ: ຊາອຸດີ ອາຣາເບຍ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ​ລັດເຊຍ) ໄດ້ຕົກ​ລົງຮັກສາລະດັບປະ​ລິ​ມານນ້ຳມັນສູງສຸດປະຈຸບັນໃນເດືອນ ພະຈິກ. ສິ​່ງ​ດັ່ງ​ກ່າວ​ໝາຍ​ຄວາມວ່າ 7 ປະເທດນີ້ຈະຮັກສາຍອດ​ປະ​ລິ​ມານ​ນ້ຳມັນ​ຢູ່​ລະ​ດັບສູງສຸດ​ ​ຂຶ້ນ​ເປັນ 31,01 ລ້ານຖັງ/ວັນ. ເຖິງຢ່າງໃດກໍ່ຕາມ, ​ປະ​ລິ​ມານນີ້​ຍັງ​ບໍ່​ທັນ​ຄິດ​ໄລ່​ເຖິງ​​​ແຜນການຊົດເຊີຍ​ໃຫ້​ແກ່​ປະ​ລິ​ມານ​ການຂຸດຄົ້ນທີ່ເກີນລະດັບ, ​ໝາຍ​ຄວາມ​ວ່າ​ ປະລິມານນ້ຳມັນເຊິ່ງ​ບັນ​ດາສະມາຊິກ OPEC+ ຕ້ອງຫຼຸດ​ການ​ຂຸດ​ຄົ້ນລົງ​ເມື່ອ​ທຽບ​ໃສ່​ລະ​ດັບທີ່​ໄດ້ອະນຸຍາດ ຍ້​ອນ​ໄດ້​ຂຸດ​ຄົ້ນ​ເກີນ​ລະ​ດັບ​ກ່ອນ​ແລ້ວ.

ຄາດ​ວ່າ ກຸ່ມບັນດາປະເທດເຫຼົ່ານີ້ ຈະຈັດກອງປະຊຸມປະ​ຈຳ​ເດືອນຄັ້ງ​ຕໍ່​ໄປໃນວັນທີ 01 ພະຈິກ ເພື່ອຕີ​ລາ​ຄາ​ສະ​ພາບ​ການຕະຫຼາດ.