ຕອນ​ບ່າຍ​ວັນ​ທີ 5 ຕຸ​ລາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີສ.ປາ​ນາ​ມາ José Raúl Mulino ແລະ ພັນ​ລະ​ຍາ ທ່ານ​ນາງ Maricel Cohen De Mulino ມາ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 – 8 ຕຸ​ລາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍາ.

ຕ້ອນ​ຮັບ​ຄະ​ນະ​ທີ່​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບາຍ ມີ​ທ່ານ ຮ່​ວາງ​ມາຍ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ທ່ານ ດັ້ງ​ຮ່​ວາງ​ຢາງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ຫງວຽນ​ວັ​ນ​ຫ໋າຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເມັກ​ຊີ​ໂກ ທັງ​ປະ​ຈຳ ປາ​ນາ​ມາ.

ຕາມ​ທ່ານ ຫງວຽນ​ວັ​ນ​ຫ໋າຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເມັກ​ຊີ​ໂກ ທັງ​ປະ​ຈຳ ປາ​ນາ​ມາ ແລ້ວ, ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີສ.ປາ​ນາ​ມາ José Raúl Mulino ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ ຫວຽດ​ນາມ ປາ​ນາ​ມາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສຸດ​ລະ​ຫວ່າງ​ສອງ​ປະ​ເທດ​ພາຍຫຼັງ​ເວ​ລາ​ເກືອບ 15 ປີ, ນັບ​ແຕ່​ເວ​ລາ ການ​ຢ້ຽມ​ຢາມ ຫວຽດ​ນາມ​ເມື່ອ​ປີ 2012 ຂອງ​ທ່ານ​ ປະ​ທາ​ນາ​ທິ​ບໍ​ດີສ.ປາ​ນາ​ມາ Ricardo Martinelli, ພ້ອມ​ທັງ​ໄດ້​​ດຳ​ເນີນ ​ພາຍຫຼັງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ ທາງ​ການ​ທູດ​ລະ​ຫວ່າງ ສອງ​ປະ​ເທດ (1975 - 2025).