ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງສປປ ລາວ ແລະ ທ່ານ Hun Manet, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່ງ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ​, ທ່ານ ເລ​ມິງ​ຮືງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ້ຽມ​ຢາມ ສປປ ລາວ ແລະ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ​. ການ​ຢ້ຽມ​ຢາມ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງ​ວັນ​ທີ 8 – 10 ຕຸ​ລາ​.