ບັນຍາກາດທີ່ອົບອຸ່ນຂອງວັນບຸນຄຼິດສະມາດແຜ່ກະຈາຍໃນທົ່ວຖະໜົນສາຍຕ່າງໆຢູ່ໃຈກາງນະຄອນ ເຫວ້
23/12/2025 11:24
(VOVWORLD) - ບັນຍາກາດຂອງບັນບຸນຄຼິດສະມາດ ໄດ້ແຜ່ກະຈາຍຢູ່ຖະໜົນສາຍຕ່າງໆຢູ່ເຂດໃຈກາງ, ເຂດຊຸມຊົນ, ຖະໜົນຍ່າງຂອງນະຄອນ ເຫວ້. ດອກໄຟຫຍິບຫຍັບ, ສີສັນວັນບຸນຄຼິດສະມາດໄດ້ເຮັດໃຫ້ຖະໜົນຫົນທາງມີຄວາມຄຶກຄື້ນກວ່າໃນຊຸມວັນຝົນຕົກອາກາດໜາວ.

ໂບດແຫ່ງຕ່າງໆຢູ່ເຫວ້ ໄດ້ຮັບການປະດັບປະດາຢ່າງສວຍງາມ ແລະ ອົບອຸ່ນ ຮ້ານກາເຟ, ພັດທະຄານ, ໂຮງແຮມ, ສູນການຄ້າຫຼາຍແຫ່ງໄດ້ປະດັບປະດາຢ່າງສວຍງາມ ແລະ ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມ, ຖ່າຍຮູບ, ເຊື່ອມຕົວເຂົ້າກັບບັນຍາກາດສະຫງົບສຸກຂອງວັນບຸນ. ລຸງ ຫວໍວັນທ້ຽນ, ຊາວຄຼິດຢູ່ ທ້ວນຮວ່າ, ນະຄອນ ເຫວ້, ໃຫ້ຮູ້ວ່າ: “ຕົ້ນເດືອນທັນວາ ແຕ່ລະປີ, ປະຊາຊົນຊາວຄຼິດໄດ້ພົບກັນແລກປ່ຽນກ່ຽວກັບວິທີເຮັດ, ພ້ອມກັນເລ້ຍລາຍເງິນເພື່ອກະກຽມໃຫ້ແກ່ວັນບຸນຄຼິດສະມາດ, ບົນຈິດໃຈມ່ວນຊື່ນ, ເຕົ້າໂຮມ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດ. ນັ້ນແມ່ນຄວາມສາມັກຄີອັນຍິ່ງໃຫຍ່ທີ່ສຸດ ແລະ ໄດ້ຮັບການຮັກສາແຕ່ຫຼາຍສິບປີກ່ອນແລ້ວ”.
TAG
VOV/VOVworld/ວັນບຸນ ຄຼິດສະມາດ/ນະຄອນ ເຫວ້
Related





