VOV WorldVOV World
ບັນດາປະເທດມະຫາອຳນາດ ແລະ ອີຣານ ປະຊຸມດ່ວນຢູ່ ວຽນນາ
29/07/2019 09:05
(VOVWORLD) - ວັນທີ 28 ກໍລະກົດ, ຜູ້ຕາງໜ້າບັນດາປະເທດທີ່ຍັງເຫຼືອໃນຂໍ້ຕົກລົງນິວເຄຼຍ ອີຣານ ໄດ້ຈັດກອງປະຊຸມດ່ວນຢູ່ ວຽນນາ (ໂອຕາລິດ) ແນໃສ່ປຶກສາຫາລືບັນດາມາດຕະການເພື່ອກູ້ເອົາຂໍ້ຕົກລົງສະບັນນີ້, ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດລະຫວ່າງ ອີຣານ ແລະ ຝ່າຍຕາເວັນຕົກ.
ບັນດາປະເທດມະຫາອຳນາດ ແລະ ອີຣານ ປະຊຸມດ່ວນຢູ່ ວຽນນາ
ນັກການທູດບັນດາປະເທດ ອັງກິດ, ຝຣັ່ງ, ລັດເຊຍ, ຈີນ, ເຢຍລະມັນ ແລະ ອີຣານ ພວມພິຈາລະນາບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດຂໍ້ຕົກລົງນິວເຄຼຍ ຫຼື ເອີ້ນວ່າ ແຜນດຳເນີນງານລວມຮອບດ້ານ (JCPOA), ພາຍຫລັງ ອີຣານ ຖະແຫຼງການສະສົມ ຢູລານຽມ ກໍ່ຄືລະດັບເສີມນິວເຄຼຍລື່ນກາຍລະດັບທີ່ໄດ້ກຳນົດໃນຂໍ້ຕົກລົງ ເຊິ່ງເຊັນກັບບັນດາປະເທດມະຫາອຳນາດປີ 2015. ບັນດາປະເທດມະຫາອຳນາດ ແລະ ອີຣານ ປະຊຸມດ່ວນຢູ່ ວຽນນາ (ພາບ: AP)         ກອງປະຊຸມນີ້ ໄດ້ຮຽກໂຮມໃນສະພາບຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ຝ່າຍຕາເວັນຕົກ ປີນຂັ້ນໄດ, ດ້ວຍບັນດາເຫດກັກກ່ຳປັ່ນຢູ່ເຂດອ່າວເປີເຊຍ, ພ້ອມກັບເລື່ອງ ອຳນາດການປົກຄອງ ເຕເຮຣານ ຖະແຫຼງຢຸດຕິການປະຕິບັດບາງຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍ, ພ້ອມທັງດຳເນີນການເສີມທາດ ຢູລານຽມ ລື່ນກາຍລະດັບ 3,67% ເຊິ່ງໄດ້ກຳນົດໃນຂໍ້ຕົກລົງ.
TAG
VOV/VOVworld/ປະເທດມະຫາອຳນາດ/ອີຣານ/ປະຊຸມດ່ວນ/ວຽນນາ