VOV WorldVOV World
ບັນຍາກາດຕ້ອນຮັບປີໃຫມ່ປະຈຳຊາດຂອງຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ.
10/02/2013 09:42
​ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ປີມະເສງ 2013, ຊາວຫວຽດນາມ ພາຍໃນປະເທດ ແລະ ອາໄສຢູ່ຕ່າງປະເທດໄດ້ຈັດການເຄື່ອນໄຫວ​ຫລາຍ​ຢ່າງ​ເພື່ອ​ຕ້ອນຮັບ​ປີ​ໃຫມ່
(vovworld) - ​ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ປີມະເສງ 2013, ຊາວຫວຽດນາມ ພາຍໃນປະເທດ ແລະ ອາໄສຢູ່ຕ່າງປະເທດໄດ້ຈັດການເຄື່ອນໄຫວ​ຫລາຍ​ຢ່າງ​ເພື່ອ​ຕ້ອນຮັບ​ປີ​ໃຫມ່. ຕອນ​ຄຳ່​ວັນ​ທີ 9/2, ສູນວັດທະນະທຳ​ຫວຽດນາມ ປະຈຳ​ຝລັ່ງ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນປີ​ໃຫມ່​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ໃນ​ນັ້ນ​ໄດ້​ຊົມ​ລາຍການ​ຖ່າຍ​ທອດ​ສົດທາງ​ໂທລະພາບ​ບັນຍາກາດ​ຕ້ອນຮັບ​ປີ​ໃຫມ່​ຂອງ​ຊາວ​ຫວຽດນາມ ພາຍ​ໃນ​ປະ​ເທດ ​ແລະ ຮັບ​ຟັງ​ຄຳ​ອວຍພອນ​ປີ​ໃຫມ່​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ລຸງ ຟ້າ​ມຢາ​ຈູງ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຝລ່ັງກວ່າ 60 ປີ​​ແລ້ວມີ​ຄວາມ​ສຶກຕື້ນ​ຕັນ​ໃຈ​ໂດ​ຍ​ແບ່ງ​ປັນ​ວ່າ: