ທີ່ການຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດກະສິກຳເຕັກໂນໂລຢີສູງ ຈຸງອານ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານປະທານສະພາແຫ່ງຊາດ ກົດດີວົວ Patrick Achi ໄດ້ລົງຢ້ຽມຢາມລະບົບ silo ບັນຈຸເຂົ້າສານ, ໂຮງງານສີເຂົ້າ , ຕ່ອງໂສ້ຫຸ້ມຫໍ່ເຂົ້າສານ ແລະ ເຂດທ່າກຳປັ່ນຢູ່ແຄມແມ່ນ້ຳຂອງ; ຢ້ຽມຊົມບັນດາຜະລິດຕະພັນເຂົ້າສານ ແລະ ຜະລິດຕະພັນປຸງແຕ່ງຈາກເຂົ້າສານຂອງບໍລິສັດ; ຢ້ຽມຢາມທົ່ງນາປູກແນວພັນເຂົ້າທີ່ໄດ້ສະມັດຕະພາບສູງຍາມ ລະດູຮ້ອນ - ໃບໄມ້ຫຼົ່ນ 2026.
ທີ່ການລົງຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Caseamex, ວິສາຫະກິດຳເນີນທຸລະກິດໃນຂົງເຂດສິນໃນນ້ຳ, ທ່ານປະທານສະພາແຫ່ງຊາດ ກົດດີວົວ ໃຫ້ຮູ້ວ່າ ອາບຟຼິກກາເວົ້າລວມ ແລະ ອາບຟຼິກກາຕາເວັນຕົກເວົ້າສະເພາະຈະແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນເພື່ອໃຫ້ບັນດາຜະລິດຕະພັນກໍ່ຄືເຕັກໂນໂລຢີຂອງ ຫວຽດນາມເຂົ້າເຖິງ. ທ່ານ Patrick Achi ປະທານສະພາແຫ່ງຊາດ ກົດດີວົວ ປາດຖະໜາວ່າ ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດນຳໜ້າ, ມີໜ້າຢູ່ຕະຫຼາດກົດດີວົວໂດຍໄວ ເພື່ອໝູນໃຊ້ບັນດາທ່າໄດ້ປຽບໃຫ້ດີທີສຸດບໍ່ພຽງແຕ່ໃນການເຄື່ອນໄຫວດ້ານການຄ້າເທົ່ານັ້ນ ຫາກຍັງໃນການລົງທຶນ ແລະ ຜະລິດອີກດ້ວຍ.




