ຕອນ​ບ່າຍ​ວັນ​ທີ 25 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ກາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ຫວັດ​ດີ​ການ​ສັງ​ຄົມ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ, ສະ​ເໜີ​ແຜນ​ນະ​ໂຍ​ບາຍ, ວິ​ທີ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ຢູ່ກອງ​ປະ​ຊຸມ, ທ່ານ​​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ​ໂຕ​ເມິ​ມ​ເນັ້ນ​ໜັ້ກ​ວ່າ ສະ​ຫວັດ​ດີ​ການ​ສັງ​ຄົມ​ແມ່ນ​ສິດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ, ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ ແລະ ທົ່ວ​ສັງ​ຄົມ, ​ທັງ​ກແມ່ນ​ການ​ລົງ​ທຶນ​ໃຫ້​ມະ​ນຸດ ແລະ ອະ​ນາ​ຄົດ​ຂອງ​ປະ​ເທດ​. ປະ​ສິດ​ທິ​ຜົນ​ຂອງ​ນະ​ໂຍ​ບາຍ​ຕ້ອງ​ໄດ້​ຮັບ​ການ​ສັງ​ເກດ​ຢ່າງ​ຄົບ​ຖ້ວນ​ຜ່ານ​ສຸ​ຂະ​ພາບ, ການ​ສຶກ​ສາ, ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສະ​ຖຽນ​ລະ​ພາບ​ໃນ​ສັງ​ຄົມ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ. ພ້ອມ​ທັງ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ, ໃນ​ນັ້ນ​ໃຫ້​ບຸ​ລິ​ມະ​ສິດ​ແຫຼ່ງ​ກຳ​ລັງ​ແກ່​ຜູ້​ຈຳ​ເປັນ​ໄດ້​ຮັບ​ການ​ປົກ​ປ້ອງ​ທີ່​ສຸດ, ເປັນ​ຕົ້ນ​ແມ່ນ​ເດັກ​ນ້ອຍ, ຜູ້​ມີ​ອາ​ຍຸກ​ສູງ​ແຕ່​ບໍ​ມີ​ເງິນບຳ​ນານ, ຄົນ​ພິ​ການ, ຄົນ​ທຸກ​ຍາກ, ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ, ຜູ້​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ, ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຜູ້​ບໍ່​ມີ​ຄວາມ​ສາ​ມາດ​ປ້ອງ​ກັນ​ຕົວ.