ສ້າງ​ເງື່ອນ​ໄຂ​ສະ​ດວກ​ດຶງ​ດູດ​ບັນ​ດາ​ແຫຼ່ງ​ກຳ​ລັງ​, ໃນ​ນັ້ນ​ມີ​ບັນ​ດາ​ວິ​ສາ​ຫະ​ກິດ​, ອົງ​ການ​ຈັດ​ຕັ້ງ ແລະ ຄູ່​ຮ່ວມ​ມື ອາ​ເມລິ​ກາ​. ພ້ອມ​ນັ້ນ​, ຢັ້ງ​ຢືນ​ວ່າ ກວ໋າງ​ຈິ ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກລູກ​ລະ​ເບີດ​ພາຍ​ຫຼັງ​ສົງ​ຄາມ ໄລ​ຍະ 2026 – 2035. ແຂວງ​ປາດ​ຖະ​ໜາ​ຢາກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​, ການຮ່ວມ​ເດີນ​ທາງ ແລະ ໜູນ​ຊ່ວຍ​ຈາກ​ລັດ​ຖະ​ບານ ອາ​ເມລິ​ກາ ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ ອາ​ເມລິ​ກາ ໃນ​ການ​ສຳ​ຫຼວດ​, ທຳ​ລາຍ​ລູກ​ລະ​ເບີດ​, ສຶກສາການປ້ອງກັນ ຫຼີກລ່ຽງອຸບັດຕິເຫດຍ້ອນລູກລະເບີດ, ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສະ​ເພາະ​ກິດ​.

​ສ່ວນ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອາ​ເມລິ​ກາ ປະ​ຈຳ ຫວຽດ​ນາມ Jennifer Wicks ໄດ້​ຢັ້ງ​ຢືນວ່າ​ຈະສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ​, ໃນ​ນັ້ນ​ມີ​ແຂວງ ກວ໋າງ​ຈິ​ ໃນ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ​, ພິ​ເສດ​ແມ່ນ​ການ​ກວດ​ຫາ ແລະ ​ທຳ​ລາຍ​ລູກ​ລະ​ເບີດ.