(ພາບ: Majid Asgaripour/WANA via REUTERS)
ວັນທີ 25 ສິງຫາ, ທ່ານ Marco Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ ແຈ້ງໃຫ້ຄູ່ຮ່ວມມືສາກົນຈຳນວນໜຶ່ງຊາບວ່າ ປະຈຸບັນ ວໍຊິງຕັນ ບໍ່ຄາດຄະເນດຳເນີນບັນດາການບຸກໂຈມຕີຄັ້ງໃໝ່, ແຕ່ກໍ່ບໍ່ຍົກເວັ້ນຈະມີການກະທຳດ້ານການທະຫານຖ້າຫາກວ່າ ເຕເຮຣານ ເປັນເຈົ້າເຊື່ອມຕໍ່ການປະທະກັນ. ວິທີການເຂົ້າເຖິງນີ້ໄດ້ຮັບຖືວ່າ ຈະຮັກສາໄວ້ຢ່າງໜ້ອຍສຸດແມ່ນຮອດກ່ອນການເລືອກຕັ້ງກາງສະໄໝ ອາເມລິກາ ໃນຕົ້ນເດືອນ ພະຈິກ.
ຈຸດສຸມໃນເບື້ອງຕົ້ນຂອງ ອາເມລິກາ ແມ່ນມານະພະຍາຍາມຟື້ນຟູການເດີນທາງໄປຜ່ານຊ່ອງແຄບທະເລ Hormuz. ໃນວັນດຽວກັນ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຖະແຫຼງວ່າ ທຸ່ນລະເບີດທັງໝົດຢູ່ເຂດທະເລສາກົນຂຶ້ນກັບຊ່ອງແຄບໄດ້ທຳລາຍ ຫຼື ເກັບອອກແລ້ວ, ພ້ອມກັນນັ້ນ ກໍກ່າວເຕືອນວ່າ ບໍ່ວ່າກຳປັ່ນໃດທີ່ປ່ອຍທຸ່ນລະເບີດລົງອີກ ກໍລ້ວນແຕ່ອາດຈະຖືກບຸກໂຈມຕີ.




