ບູລະນະການຈັດຕັ້ງຄະນະບໍລິຫານງານ, ຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ອາຍຸການ 2018 – 2023
29/07/2019 09:09
(VOVWORLD) - ວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານຫວຽດນາມຈັດຕັ້ງ ກອງປະຊຸມ ຄະນະບໍລິຫານງານ ສະຫະພັນໃຫຍ່ແຮງງານຫວຽດນາມ ຄັ້ງທີ 4, ຊຸດທີ 12, ເພື່ອແນໃສ່ບູລະນະການຈັດຕັ້ງຄະນະບໍລິຫານງານ, ຄະນະປະທານ ແລະ ຕໍາແໜ່ງປະທານສະຫະພັນແຮງງານໃຫຍ່ຫວຽດນາມ ຊຸດທີ 12, ອາຍຸການ 2018 - 2023.

ທີ່ກອງປະຊຸມ, ດ້ວຍ 100% ຈໍານວນບັດເຫັນດີ, ທ່ານ ຫງວຽນດິ່ງຄາງ ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຊຸດທີ 12, ອາຍຸການ 2018 – 2023 ແທນທ່ານ ບຸ່ຍວັນເກື່ອງ ເຊິ່ງໄດ້ຮັບການສັບຊ້ອນຈາກກົມການເມືອງໃຫ້ໄປຮັບດໍາລົງຕໍາແໜ່ງເປັນເລຂາຄະນະພັກແຂວງ ດັກລັກ.
TAG
VOV/VOVworld/ກໍາມະບານ/ສະຫະພັນໃຫຍ່/ແຮງງານ
Related





