ພົນລະເມືອງ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ກວ່າ 350 ຄົນ ກັບເມືອປະເທດຢ່າງປອດໄພ |
ພາຍຫຼັງເຮືອບິນລໍາດັ່ງກ່າວລົງຈອດຢູ່ສະໜາມບິນສາກົນ ກາມແຣງ, ຜູ້ໂດຍສານໃນເຮືອບິນດັ່ງກ່າວໄດ້ກວດສຸຂະພາບ ແລະ ປະຕິບັດການແຍກຕົວຢ່າງຖືກຕ້ອງຕາມຂໍ້ກໍານົດ. ໃນໄລຍະຈະມາເຖິງ, ເລື່ອງຈັດສົ່ງພົນລະເມືອງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດກັບເມືອປະເທດ ຈະໄດ້ຈັດຕາມຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ ແລະ ເໝາະສົມກັບສະພາບການໂລກລະບາດ ແລະ ກໍາລັງຄວາມສາມາດການແຍກຕົວຢູ່ພາຍໃນປະເທດ.








